Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເຮັບເຣີ 12:2
78 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ແລະ ຈຶ່ງ​ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ຖືກ​ນັບ​ເປັນ​ຄົນ​ທີ່​ລ່ວງລະເມີດ”.


ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ແລະ ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?


ໃນ​ທັນໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງ​ຕອບ​ທັນທີ​ວ່າ, “ຂ້ານ້ອຍ​ເຊື່ອ; ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່​ທ້ອນ!”


ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”


ຫລັງຈາກນັ້ນ ເຮໂຣດ​ກັບ​ບັນດາ​ທະຫານ​ຂອງ​ຕົນ​ກໍ​ໄດ້​ເຢາະເຢີ້ຍ ແລະ ໄດ້​ດູໝິ່ນ​ພຣະອົງ, ເອົາ​ເສື້ອຄຸມ​ທີ່​ສະຫງ່າງາມ​ມາ​ນຸ່ງ​ໃຫ້​ພຣະອົງ ແລ້ວ​ສົ່ງ​ພຣະອົງ​ກັບ​ຄືນ​ໄປ​ຫາ​ປີລາດ.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.


ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.


ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ປະສົງ​ໃຫ້​ທຸກຄົນ​ທີ່​ແນມເບິ່ງ​ພຣະບຸດ ແລະ ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ”.


ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມຊື່ນຊົມຍິນດີ​ທີ່​ຈະ​ເຫັນ​ວັນ​ຂອງ​ເຮົາ, ເພິ່ນ​ກໍ​ໄດ້​ເຫັນ​ແລ້ວ ແລະ ມີ​ຄວາມຊື່ນຊົມຍິນດີ”.


“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.


ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.


ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ແລະ ໃນ​ກາຍ​ດຽວກັນ​ນີ້​ທັງ​ສອງ​ຝ່າຍ​ຈຶ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ​ຜ່ານທາງ​ໄມ້ກາງແຂນ, ໂດຍ​ທີ່​ພຣະອົງ​ໄດ້​ທຳລາຍ​ຄວາມ​ເປັນ​ສັດຕູ​ກັນ​ຂອງ​ພວກເຂົາ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ວ່າ ພຣະອົງ​ຜູ້​ເລີ່ມຕົ້ນ​ການ​ດີ​ໃນ​ພວກເຈົ້າ​ນັ້ນ​ຈະ​ເຮັດ​ໃຫ້​ສຳເລັດ​ຈົນ​ເຖິງ​ວັນ​ແຫ່ງ​ພຣະຄຣິດເຈົ້າເຢຊູ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”?


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ເພາະ​ໂດຍ​ການຖວາຍບູຊາ​ພຽງ​ຄັ້ງ​ດຽວ​ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ທີ່​ກຳລັງ​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ນັ້ນ​ເຖິງ​ຄວາມສົມບູນ​ຕະຫລອດໄປ.


ບາງເທື່ອ​ພວກເຈົ້າ​ກໍ​ຖືກ​ດູຖູກ ແລະ ຖືກ​ຂົ່ມເຫັງ​ຕໍ່ໜ້າ​ຄົນ​ທັງຫລາຍ, ບາງເທື່ອ​ພວກເຈົ້າ​ກໍ​ເຂົ້າ​ຢືນ​ຄຽງຂ້າງ​ບັນດາ​ຜູ້​ທີ່​ຖືກ​ປະຕິບັດ​ຢ່າງ​ນັ້ນ​ດ້ວຍ.


ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.


ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka