Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ເວລາ​ທີ່​ມີ​ການຕີສອນ​ນັ້ນ​ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ, ມີ​ແຕ່​ຄວາມເຈັບປວດ. ແຕ່​ເຖິງຢ່າງໃດ​ກໍ​ຕາມ, ພາຍຫລັງ​ມາ​ຈະ​ເກີດຜົນ​ເປັນ​ຄວາມຊອບທຳ ແລະ ສັນຕິສຸກ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຝຶກຝົນ​ດ້ວຍ​ການຕີສອນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 12:11
20 Jak'a apnaqawi uñst'ayäwi  

ດ້ວຍວ່າ ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ການກິນ ແລະ ການດື່ມ ແຕ່​ເປັນ​ເລື່ອງ​ຂອງ​ຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ພໍ່​ຂອງ​ພວກເຮົາ​ຕີສອນ​ພວກເຮົາ​ໃນ​ຂະນະ​ໜຶ່ງ​ຕາມ​ທີ່​ພວກເພິ່ນ​ຄິດ​ເຫັນ​ວ່າ​ດີ​ທີ່ສຸດ. ແຕ່​ພຣະເຈົ້າ​ຕີສອນ​ພວກເຮົາ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ມີ​ສ່ວນ​ໃນ​ຄວາມບໍລິສຸດ​ຂອງ​ພຣະອົງ.


ແຕ່​ອາຫານ​ແຂງ​ນັ້ນ​ມີ​ໄວ້​ສຳລັບ​ຜູ້ໃຫຍ່, ຜູ້​ທີ່​ໄດ້​ຝຶກຝົນ​ຕົນ​ເອງ​ຢູ່​ສະເໝີ​ເພື່ອ​ຈະ​ໄຈ້ແຍກ​ຄວາມດີ​ອອກຈາກ​ຄວາມຊົ່ວ.


ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ


ຕາ​ຂອງ​ພວກເຂົາ​ເຕັມໄປ​ດ້ວຍ​ການ​ຫລິ້ນຊູ້, ພວກເຂົາ​ບໍ່​ເຄີຍ​ຢຸດ​ເຮັດ​ບາບ, ພວກເຂົາ​ລໍ້ລວງ​ຄົນ​ທີ່​ບໍ່​ໜັກແໜ້ນ, ພວກເຂົາ​ມີ​ຄວາມຊຳນານ​ໃນ​ຄວາມໂລບ ແລະ ພວກເຂົາ​ຄື​ເຜົ່າພັນ​ທີ່​ຖືກ​ສາບແຊ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka