Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña




ເຮັບເຣີ 11:6
47 Jak'a apnaqawi uñst'ayäwi  

ແມ່ນ​ແລ້ວ ພຣະບິດາເຈົ້າ​ເອີຍ, ເພາະ​ພຣະອົງ​ພໍໃຈ​ຢ່າງ​ນັ້ນ.


ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.


ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຄວາມຊອບທຳ​ຂອງ​ພຣະອົງ​ກ່ອນ, ແລ້ວ​ພຣະອົງ​ຈະ​ມອບ​ທຸກສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ.


“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.


ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,


ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ, ແລ້ວ​ພຣະອົງ​ຈະ​ມອບ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ​ດ້ວຍ.


ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ, ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ພວກເຈົ້າ​ຈະ​ຕາຍ​ໃນ​ບາບ​ຂອງ​ພວກເຈົ້າ​ຢ່າງ​ແນ່ນອນ”.


ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ຈະ​ຮ້ອງຫາ​ພຣະອົງ​ໄດ້​ຢ່າງໃດ? ແລະ ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ໄດ້​ຢ່າງໃດ?


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ເຫດສະນັ້ນ ກໍ​ຍັງ​ຄົງ​ເປັນ​ຢ່າງ​ນີ້​ຄື​ບາງຄົນ​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ ແລະ ບັນດາ​ຜູ້​ທີ່​ເຄີຍ​ໄດ້​ຍິນ​ຂ່າວປະເສີດ​ໃນ​ຄັ້ງ​ກ່ອນ​ນັ້ນ ບໍ່​ໄດ້​ເຂົ້າ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອຟັງ,


(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ


ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,


ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka