Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.

Uka jalj uñjjattʼäta Copia luraña




ເຮັບເຣີ 11:4
21 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເລືອດ​ຂອງ​ຄົນຊອບທຳ​ທັງໝົດ​ທີ່​ຕົກ​ໃສ່​ແຜ່ນດິນໂລກ ແລະ ຈະ​ຕົກ​ຖືກ​ພວກເຈົ້າ, ນັບ​ຕັ້ງ​ແຕ່​ເລືອດ​ຂອງ​ອາເບັນ​ຜູ້ຊອບທຳ​ໄປ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ​ລູກຊາຍ​ຂອງ​ບາຣາຂີຢາ​ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ວິຫານ ແລະ ແທ່ນບູຊາ.


ນັບ​ຈາກ​ເລືອດ​ຂອງ​ອາເບັນ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ, ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ວິຫານ. ເຮົາ​ບອກ​ພວກເຈົ້າ​ວ່າ, ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້.


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


ເພາະ​ຄວາມເຊື່ອ​ແບບ​ນີ້​ເອງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ​ການຍົກຍ້ອງ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.


ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຖືກ​ເລືອກ​ຈາກ​ມະນຸດ ແລະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ແທນ​ມະນຸດ​ໃນ​ສິ່ງ​ສາລະພັດ​ທີ່​ກຽ່ວກັບ​ພຣະເຈົ້າ ຄື​ການຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ສຳລັບ​ການອະໄພ​ບາບ.


ແທ້ຈິງແລ້ວ, ກົດບັນຍັດ​ໄດ້​ລະບຸ​ໃຫ້​ຊຳລະ​ເກືອບ​ໝົດ​ທຸກສິ່ງ​ດ້ວຍ​ເລືອດ ແລະ ຖ້າ​ບໍ່​ມີ​ເລືອດໄຫລອອກ​ແລ້ວ​ກໍ​ບໍ່​ມີ​ການອະໄພ​ບາບ.


(ເພາະ​ເມື່ອ​ຄົນຊອບທຳ​ຜູ້​ນີ້​ດຳເນີນຊີວິດ​ຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ແຕ່ລະວັນ, ຈິດວິນຍານ​ອັນ​ຊອບທຳ​ຂອງ​ເພິ່ນ​ກໍ​ທຸກທໍລະມານ​ເພາະ​ໄດ້​ເຫັນ ແລະ ໄດ້​ຍິນ​ການກະທຳ​ທີ່​ຜິດສິນທຳ​ນັ້ນ).


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka