Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ແຕ່​ພວກເພິ່ນ​ປາຖະໜາ​ຫາ​ບ້ານເມືອງ​ທີ່​ດີ​ກວ່າ​ຄື​ເມືອງ​ສະຫວັນ. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ບໍ່​ໄດ້​ລະອາຍ​ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ​ພຣະເຈົ້າ​ຂອງ​ພວກເພິ່ນ, ເພາະ​ພຣະອົງ​ໄດ້​ຈັດຕຽມ​ເມືອງ​ໜຶ່ງ​ໄວ້​ໃຫ້​ພວກເພິ່ນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.

Uka jalj uñjjattʼäta Copia luraña




ເຮັບເຣີ 11:16
26 Jak'a apnaqawi uñst'ayäwi  

“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ສຳລັບ​ເລື່ອງ​ຄົນຕາຍ​ເປັນຄືນມາ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ກ່ຽວກັບ​ເລື່ອງ​ຂອງ​ໂມເຊ ທີ່​ຟຸ່ມໄມ້​ມີ​ໄຟ​ລຸກໄໝ້​ນັ້ນ​ບໍ? ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ດັ່ງນີ້, ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’?


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


“ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ແຕ່​ໃນ​ເລື່ອງ​ໄຟໄໝ້​ຟຸ່ມໄມ້​ນັ້ນ ແມ່ນແຕ່​ໂມເຊ​ຍັງ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຄົນຕາຍ​ເປັນຄືນມາ, ເພາະ​ເພິ່ນ​ເອີ້ນ​ອົງພຣະຜູ້ເປັນເຈົ້າ​ວ່າ, ‘ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’.


ໃນ​ຜາສາດ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ມີ​ຫ້ອງ​ຢູ່​ຫລວງຫລາຍ; ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເຮົາ​ກຳລັງ​ໄປ​ບ່ອນ​ນັ້ນ ເພື່ອ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ,


‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ’. ໂມເຊ​ຢ້ານ​ຈົນ​ໂຕສັ່ນ ແລະ ບໍ່​ກ້າ​ທີ່​ຈະ​ຫລຽວ​ເບິ່ງ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ເພາະ​ເພິ່ນ​ຕັ້ງໃຈ​ລໍຖ້າ​ເມືອງ​ທີ່​ມີ​ຮາກຖານ ເຊິ່ງ​ມີ​ພຣະເຈົ້າ​ເປັນ​ສະຖາປະນິກ ແລະ ເປັນ​ຜູ້ສ້າງ.


ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພວກເພິ່ນ​ກຳລັງ​ຊອກຫາ​ບ້ານເມືອງ​ທີ່​ຈະ​ເປັນ​ຂອງ​ຕົນ.


ພຣະເຈົ້າ​ວາງແຜນ​ຈັດຕຽມ​ສິ່ງ​ທີ່​ດີ​ກວ່າ​ໄວ້​ສຳລັບ​ພວກເຮົາ ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ຄວາມສົມບູນ​ຮ່ວມ​ກັບ​ພວກເຮົາ​ທັງຫລາຍ​ເທົ່ານັ້ນ.


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ເພາະ​ຢູ່​ທີ່​ນີ້​ພວກເຮົາ​ບໍ່​ມີ​ບ້ານເມືອງ​ອັນ​ຖາວອນ, ແຕ່​ພວກເຮົາ​ກຳລັງ​ສະແຫວງຫາ​ບ້ານເມືອງ​ທີ່​ຈະ​ມາ​ເຖິງ.


ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.


ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka