Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະ​ເພິ່ນ​ຕັ້ງໃຈ​ລໍຖ້າ​ເມືອງ​ທີ່​ມີ​ຮາກຖານ ເຊິ່ງ​ມີ​ພຣະເຈົ້າ​ເປັນ​ສະຖາປະນິກ ແລະ ເປັນ​ຜູ້ສ້າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພິ່ນ​ໄດ້​ລໍຄອຍ​ນະຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກຖານ ຊຶ່ງ​ພຣະເຈົ້າ​ຊົງ​ເປັນ​ນາຍຊ່າງ ແລະ​ຊົງ​ເປັນ​ຜູ້​ສ້າງ​ຂຶ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 11:10
11 Jak'a apnaqawi uñst'ayäwi  

ໃນ​ຜາສາດ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ມີ​ຫ້ອງ​ຢູ່​ຫລວງຫລາຍ; ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເຮົາ​ກຳລັງ​ໄປ​ບ່ອນ​ນັ້ນ ເພື່ອ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ,


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ບ້ານເມືອງ​ທີ່​ດີ​ກວ່າ​ຄື​ເມືອງ​ສະຫວັນ. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ບໍ່​ໄດ້​ລະອາຍ​ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ​ພຣະເຈົ້າ​ຂອງ​ພວກເພິ່ນ, ເພາະ​ພຣະອົງ​ໄດ້​ຈັດຕຽມ​ເມືອງ​ໜຶ່ງ​ໄວ້​ໃຫ້​ພວກເພິ່ນ​ແລ້ວ.


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


ເພາະ​ຢູ່​ທີ່​ນີ້​ພວກເຮົາ​ບໍ່​ມີ​ບ້ານເມືອງ​ອັນ​ຖາວອນ, ແຕ່​ພວກເຮົາ​ກຳລັງ​ສະແຫວງຫາ​ບ້ານເມືອງ​ທີ່​ຈະ​ມາ​ເຖິງ.


ເພາະ​ເຮືອນ​ທຸກ​ຫລັງ​ຍ່ອມ​ມີ​ຜູ້​ສ້າງ ແລະ ພຣະເຈົ້າ​ເປັນ​ຜູ້​ສ້າງ​ທຸກສິ່ງ.


ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka