Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເພາະສະນັ້ນ ໃນ​ເວລາ​ທີ່​ພຣະຄຣິດ​ໄດ້​ສະເດັດ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ຊົງ​ກ່າວ​ວ່າ, “ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ພຣະອົງ​ບໍ່​ປະສົງ ແຕ່​ພຣະອົງ​ຊົງ​ໄດ້​ຈັດຕຽມ​ຮ່າງກາຍ​ໄວ້​ສຳລັບ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເຮັບເຣີ 10:5
26 Jak'a apnaqawi uñst'ayäwi  

ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ແລ້ວ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້ ດັ່ງ​ທີ່​ໃນ​ໜັງສື​ມ້ວນ​ໄດ້​ຂຽນ​ເຖິງ​ຂ້ານ້ອຍ​ໄວ້​ນັ້ນ ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ’”.


ປະການທຳອິດ​ພຣະອົງ​ໄດ້​ກ່າວ​ວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ພຣະອົງບໍ່​ຕ້ອງການ ແລະ ພຣະອົງ​ບໍ່​ໄດ້​ພໍໃຈ​ໃນ​ສິ່ງ​ເຫລົ່ານັ້ນ” ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ຖວາຍ​ໂດຍ​ອີງຕາມ​ກົດບັນຍັດ​ກໍ​ຕາມ.


ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ຖວາຍ​ທັງ​ເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນ​ມະຫາ​ປະໂລຫິດ​ອົງ​ນີ້​ຈຳເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຈະ​ຖວາຍ​ເໝືອນກັນ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka