Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເຮັບເຣີ 10:11
21 Jak'a apnaqawi uñst'ayäwi  

ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.


ເພາະ​ເລືອດ​ແບ້ ແລະ ເລືອດ​ງົວ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ໄປ​ໄດ້.


ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຖືກ​ເລືອກ​ຈາກ​ມະນຸດ ແລະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ແທນ​ມະນຸດ​ໃນ​ສິ່ງ​ສາລະພັດ​ທີ່​ກຽ່ວກັບ​ພຣະເຈົ້າ ຄື​ການຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ສຳລັບ​ການອະໄພ​ບາບ.


ພຣະເຢຊູເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງບູຊາ​ທຸກໆ​ວັນ​ເໝືອນ​ກັບ​ມະຫາ​ປະໂລຫິດ​ອື່ນໆ, ເຊິ່ງ​ຕ້ອງ​ໄດ້​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ປະຊາຊົນ. ພຣະເຢຊູເຈົ້າ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ​ທັງຫລາຍ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.


ຖ້າ​ພຣະອົງ​ຢູ່​ໃນ​ໂລກ, ພຣະອົງ​ຈະ​ບໍ່​ໄດ້​ເປັນ​ປະໂລຫິດ ເພາະ​ມີ​ຄົນ​ທີ່​ຈະ​ຖວາຍ​ຂອງຖວາຍ​ຕ່າງໆ​ຕາມ​ທີ່​ກົດບັນຍັດ​ກຳນົດ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka