Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.

Uka jalj uñjjattʼäta Copia luraña




ເຮັບເຣີ 10:10
25 Jak'a apnaqawi uñst'ayäwi  

ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.


ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ.


ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ແຕ່​ເມື່ອ​ປະໂລຫິດ​ອົງ​ນີ້​ຖວາຍ​ເຄື່ອງບູຊາ​ລຶບລ້າງ​ບາບ​ຄັ້ງ​ດຽວ​ສຳລັບ​ຕະຫລອດໄປ​ແລ້ວ, ພຣະອົງ​ກໍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ,


ເພາະ​ໂດຍ​ການຖວາຍບູຊາ​ພຽງ​ຄັ້ງ​ດຽວ​ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ທີ່​ກຳລັງ​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ນັ້ນ​ເຖິງ​ຄວາມສົມບູນ​ຕະຫລອດໄປ.


ໂດຍ​ຫົນທາງ​ໃໝ່​ອັນ​ມີຊີວິດ​ທີ່​ເປີດ​ໃຫ້​ພວກເຮົາ​ຜ່ານທາງ​ຜ້າກັ້ງ​ຄື​ກາຍ​ຂອງ​ພຣະອົງ,


ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?


ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.


ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.


ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


ພຣະເຢຊູເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງບູຊາ​ທຸກໆ​ວັນ​ເໝືອນ​ກັບ​ມະຫາ​ປະໂລຫິດ​ອື່ນໆ, ເຊິ່ງ​ຕ້ອງ​ໄດ້​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ປະຊາຊົນ. ພຣະເຢຊູເຈົ້າ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ​ທັງຫລາຍ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ພຣະເຢຊູຄຣິດເຈົ້າ​ຄື​ຜູ້​ທີ່​ໄດ້​ມາ​ໂດຍ​ນ້ຳ ແລະ ໂດຍ​ໂລຫິດ. ພຣະອົງ​ບໍ່​ໄດ້​ມາ​ໂດຍ​ນ້ຳ​ພຽງ​ແຕ່​ຢ່າງ​ດຽວ, ແຕ່​ໂດຍ​ນ້ຳ ແລະ ໂລຫິດ. ແລະ ແມ່ນ​ພຣະວິນຍານບໍລິສຸດເຈົ້າ​ເປັນພະຍານ​ໃຫ້ ເພາະວ່າ​ພຣະວິນຍານບໍລິສຸດເຈົ້າ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka