Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ

Uka jalj uñjjattʼäta Copia luraña




ເຮັບເຣີ 10:1
13 Jak'a apnaqawi uñst'ayäwi  

ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ພາຍຫລັງ ສ່ວນ​ຄວາມຈິງ​ແທ້​ແມ່ນ​ພົບ​ຢູ່​ໃນ​ພຣະຄຣິດເຈົ້າ.


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?


ປະໂລຫິດ​ເຫລົ່ານັ້ນ​ປະຕິບັດ​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ແບບ​ຈຳລອງ ແລະ ເປັນ​ເງົາ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ. ດ້ວຍເຫດນີ້ ໂມເຊ​ຈຶ່ງ​ໄດ້​ຮັບ​ຄຳເຕືອນ​ກ່ຽວກັບ​ການສ້າງ​ຫໍເຕັນ​ວ່າ: “ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ”


ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.


ດັ່ງນັ້ນ, ຈຶ່ງ​ຈຳເປັນ​ຕ້ອງ​ຊຳລະ​ສິ່ງ​ຕ່າງໆ ອັນ​ເປັນ​ແບບຈຳລອງ​ຂອງ​ສະຫວັນ​ດ້ວຍ​ເຄື່ອງບູຊາ​ເຫລົ່ານີ້, ແຕ່​ສິ່ງຂອງ​ໃນ​ສະຫວັນ​ເອງ​ຕ້ອງ​ຊຳລະ​ດ້ວຍ​ເຄື່ອງບູຊາ​ທີ່​ດີ​ຫລາຍ​ກວ່າ​ນີ້.


ພຣະອົງ​ບໍ່​ໄດ້​ເຂົ້າ​ສູ່​ສະຫວັນ​ເພື່ອ​ຖວາຍ​ພຣະອົງ​ອີກ​ຫລາຍ​ເທື່ອ​ເໝືອນ​ກັບ​ມະຫາ​ປະໂລຫິດ​ທີ່​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ທຸກໆ​ປີ​ພ້ອມ​ດ້ວຍ​ເລືອດ​ທີ່​ບໍ່ແມ່ນ​ເລືອດ​ຂອງ​ຕົນ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka