Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ສ່ວນ​ພຣະບຸດ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຣາຊບັນລັງ​ຂອງ​ພຣະອົງ​ນັ້ນ ກໍ​ຕັ້ງໝັ້ນຄົງ​ຕະຫລອດໄປ ພຣະອົງ​ຈະ​ຊົງ​ປົກຄອງ​ອານາຈັກ ຂອງ​ພຣະອົງ ດ້ວຍ​ຄວາມ​ຍຸດຕິທຳ.

Uka jalj uñjjattʼäta Copia luraña




ເຮັບເຣີ 1:8
33 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


ໃນ​ຄວາມບໍລິສຸດ ແລະ ຄວາມຊອບທຳ​ຕໍ່ໜ້າ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກເຮົາ.


ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ພວກ​ຢິວ​ຕອບ​ວ່າ, “ທີ່​ເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ​ບໍ່​ແມ່ນ​ເພາະ​ສິ່ງ​ດີ ແຕ່​ເພາະ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ, ເພາະ​ເຈົ້າ​ເປັນ​ພຽງ​ມະນຸດ​ແຕ່​ຕັ້ງ​ຕົນ​ເອງ​ເປັນ​ພຣະເຈົ້າ”.


ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ເພາະ​ພຣະອົງ​ຕ້ອງ​ປົກຄອງ​ຈົນ​ກວ່າ​ພຣະອົງ​ຈະ​ໄດ້​ປາບ​ສັດຕູ​ທັງໝົດ​ຂອງ​ພຣະອົງ​ໄວ້​ໃຕ້​ຕີນ​ຂອງ​ພຣະອົງ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka