Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ອັນ​ໜຶ່ງ, ພຣະເຈົ້າ​ໄດ້​ຊົງ​ປະທານ​ພຣະນາມ​ອັນ​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ໃຫ້​ພຣະອົງ​ຢ່າງ​ໃດ ພຣະອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 1:4
11 Jak'a apnaqawi uñst'ayäwi  

ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.


ພຣະອົງ​ເປັນ​ຫົວ​ຂອງ​ກາຍ​ຄື​ຄຣິສຕະຈັກ. ພຣະອົງ​ເປັນ​ຈຸດ​ເລີ່ມຕົ້ນ, ພຣະອົງ​ເປັນ​ບຸດກົກ​ທີ່​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ສູງສຸດ​ໃນ​ທຸກສິ່ງ.


ແລະ ໃນ​ພຣະອົງ​ພວກເຈົ້າ​ໄດ້​ຮັບ​ຄວາມບໍລິບູນ. ພຣະອົງ​ເປັນ​ຫົວ​ເໜືອ​ອຳນາດ ແລະ ຜູ້ມີອຳນາດ​ທັງໝົດ.


ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.


ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພາຍຫລັງ​ມາ, ເມື່ອ​ເອຊາວ​ຕ້ອງການ​ຈະ​ຮັບ​ພອນ​ນີ້​ເປັນ​ມໍລະດົກ, ລາວ​ກໍ​ຖືກ​ປະຕິເສດ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ສະແຫວງ​ຫາ​ພອນ​ນັ້ນ​ດ້ວຍ​ນ້ຳຕາ, ລາວ​ກໍ​ບໍ່​ສາມາດ​ແກ້ໄຂ​ສິ່ງ​ທີ່​ລາວ​ໄດ້​ກະທຳ​ນັ້ນ​ໄດ້.


ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka