ເຮັບເຣີ 1:3 - ພຣະຄຳພີລາວສະບັບສະໄໝໃໝ່3 ພຣະບຸດເປັນແສງສະທ້ອນແຫ່ງສະຫງ່າລາສີຂອງພຣະເຈົ້າ ແລະ ເປັນເໝືອນພຣະເຈົ້າທຸກປະການ ແລະ ໄດ້ຄ້ຳຊູສັບພະສິ່ງໄວ້ດ້ວຍຖ້ອຍຄຳທີ່ມີລິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳລະບາບແລ້ວ, ພຣະອົງຈຶ່ງໄດ້ນັ່ງລົງທີ່ເບື້ອງຂວາມືຂອງອົງຜູ້ມີບາລະມີໃນສະຫວັນ Uka jalj uñjjattʼätaພຣະຄຳພີສັກສິ3 ພຣະບຸດນັ້ນ ເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ ແລະມີສະພາບເປັນແບບພິມດຽວກັນກັບພຣະອົງ ແລະຊົງຄໍ້າຊູພິພົບໂລກໄວ້ດ້ວຍພຣະທຳອັນຊົງຣິດຂອງພຣະອົງ, ເມື່ອພຣະອົງຊົງຊຳລະບາບກຳແລ້ວ ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບໃນທີ່ສູງສຸດ. Uka jalj uñjjattʼäta |
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.
ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ.