Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ເຮັບເຣີ 1:14
65 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.


ບຸດມະນຸດ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ແລະ ກຳຈັດ​ທຸກສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ມະນຸດ​ເຮັດ​ບາບ ແລະ ກຳຈັດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ອອກ​ຈາກ​ອານາຈັກ​ຂອງ​ພຣະອົງ.


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.


“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.


ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.


“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.


ໃນ​ທັນໃດ​ນັ້ນ ກອງທັບ​ສະຫວັນ​ໝູ່​ໃຫຍ່​ມາ​ປາກົດ​ພ້ອມ​ກັບ​ເທວະດາ​ຕົນ​ນັ້ນ​ຮ່ວມ​ກັນ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ,


ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.


ຂ່າວ​ກ່ຽວກັບ​ເລື່ອງ​ນີ້​ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ເຢຣູຊາເລັມ ແລະ ພວກເຂົາ​ຈຶ່ງ​ສົ່ງ​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.


ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.


ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ໂດຍ​ມີ​ຄວາມຫວັງ​ວ່າ​ເຮົາ​ຈະ​ຊັກຊວນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ​ໃຫ້​ເກີດ​ຄວາມອິດສາ ແລະ ເພື່ອ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ​ໄດ້.


ນີ້​ຄື​ເຫດຜົນ​ທີ່​ພວກເຈົ້າ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ຜູ້​ໃຫ້​ເວລາ​ທັງໝົດ​ຂອງ​ຕົນ​ໃນ​ການປົກຄອງ​ບ້ານ​ເມືອງ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.


ພວກເຂົາ​ຍິນດີ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ ຄວາມຈິງ​ແລ້ວ​ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ເຫລົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ຄົນຕ່າງຊາດ​ມີ​ສ່ວນຮ່ວມ​ໃນ​ພອນ​ຝ່າຍ​ຈິດວິນຍານ​ຂອງ​ຊາວ​ຢິວ ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ຊາວ​ຢິວ ກໍ​ສົມຄວນ​ທີ່​ຈະ​ແບ່ງປັນ​ພອນ​ຝ່າຍ​ວັດຖຸ​ໃຫ້​ແກ່​ພີ່ນ້ອງ​ເຫລົ່ານັ້ນ.


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ການຮັບໃຊ້​ທີ່​ພວກເຈົ້າ​ກະທຳ​ຢູ່​ນີ້​ບໍ່​ພຽງ​ແຕ່​ຊ່ວຍເຫລືອ​ຄວາມຕ້ອງ​ຂອງ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ ແຕ່​ຍັງ​ເປັນເຫດ​ໃຫ້​ມີ​ການຂອບພຣະຄຸນ​ພຣະເຈົ້າ​ຢ່າງ​ລົ້ນເຫລືອ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ດັ່ງນັ້ນ ຈົ່ງ​ເຂົ້າໃຈ​ວ່າ, ບັນດາ​ຜູ້​ທີ່​ມີ​ຄວາມເຊື່ອ​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ.


ດັ່ງນັ້ນ ບັນດາ​ຜູ້​ທີ່​ອາໄສ​ຄວາມເຊື່ອ​ຈຶ່ງ​ໄດ້​ຮັບ​ພອນ​ຮ່ວມ​ກັບ​ອັບຣາຮາມ ຜູ້​ທີ່​ເປັນ​ບຸລຸດ​ແຫ່ງ​ຄວາມເຊື່ອ.


ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.


ເພື່ອ​ວ່າ ເມື່ອ​ພວກເຮົາ​ຖືກ​ນັບ​ເປັນ​ຜູ້ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ກາຍເປັນ​ຜູ້ຮັບມໍລະດົກ ມີ​ຄວາມຫວັງ​ໃນ​ຊີວິດ​ນິລັນດອນ.


ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ພວກເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນຂີ້ຄ້ານ, ແຕ່​ໃຫ້​ຮຽນແບບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ຮັບ​ມໍລະດົກ​ຕາມ​ສັນຍາ​ເພາະ​ຄວາມເຊື່ອ ແລະ ຄວາມ​ອົດທົນ.


ເພາະວ່າ​ພຣະເຈົ້າ​ປະສົງ​ຈະ​ໃຫ້​ບັນດາ​ທາຍາດ​ຜູ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້​ໄດ້​ຮູ້​ຢ່າງ​ຊັດເຈນ​ວ່າ​ຈຸດປະສົງ​ຂອງ​ພຣະອົງ​ນັ້ນ​ບໍ່​ປ່ຽນແປງ, ພຣະອົງ​ຈຶ່ງ​ຢືນຢັນ​ສັນຍາ​ນັ້ນ​ດ້ວຍ​ຄຳສາບານ.


ແຕ່​ຄວາມຈິງ​ແລ້ວ​ພັນທະກິດ​ທີ່​ພຣະເຢຊູເຈົ້າ​ໄດ້ຮັບ​ມອບໝາຍ​ນັ້ນ​ຍິ່ງໃຫຍ່​ກວ່າ​ພັນທະກິດ​ຂອງ​ພວກເຂົາ ເໝືອນດັ່ງ​ພັນທະສັນຍາ​ທີ່​ພຣະອົງ​ເປັນ​ຜູ້ກາງ​ນັ້ນ​ກໍ​ເໜືອ​ກວ່າ​ພັນທະສັນຍາ​ເດີມ ແລະ ຕັ້ງ​ຢູ່​ເທິງ​ສັນຍາ​ຕ່າງໆ​ທີ່​ດີ​ຫລາຍ​ກວ່າ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.


ເອນົກ ເປັນ​ລຸ້ນ​ທີ​ເຈັດ​ນັບ​ຈາກ​ອາດາມ ໄດ້​ທຳນວາຍ​ກ່ຽວກັບ​ພວກເຂົາ​ວ່າ: “ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ກຳລັງ​ມາ​ພ້ອມດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະອົງ​ນັບ​ເປັນ​ພັນໆ


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka