Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໃນ​ອະດີດ​ຕະການ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ​ຫລາຍ​ເທື່ອ​ດ້ວຍ​ວິທີ​ຕ່າງໆ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ,

Uka jalj uñjjattʼäta Copia luraña




ເຮັບເຣີ 1:1
35 Jak'a apnaqawi uñst'ayäwi  

ຕໍ່​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ”.


ເພື່ອ​ສະແດງ​ຄວາມເມດຕາ​ຕໍ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ພັນທະສັນຍາ​ອັນ​ບໍລິສຸດ​ຂອງ​ພຣະອົງ,


ຈາກ​ນັ້ນ ພຣະອົງ​ຈຶ່ງ​ອະທິບາຍ​ທຸກຢ່າງ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ​ເອງ​ໃຫ້​ພວກເພິ່ນ​ທັງ​ສອງ​ຟັງ​ຕັ້ງແຕ່​ໂມເຊ​ຕະຫລອດ​ຈົນ​ບັນດາ​ຜູ້ທຳນວາຍ​ທັງໝົດ.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ເຖິງປານນັ້ນ ເພາະ​ໂມເຊ​ໄດ້​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ (ເຖິງແມ່ນວ່າ​ແທ້ຈິງ​ແລ້ວ​ການ​ຮັບ​ພິທີຕັດ​ບໍ່​ໄດ້​ມາ​ຈາກ​ໂມເຊ ແຕ່​ມາ​ຈາກ​ບັນພະບຸລຸດ), ພວກເຈົ້າ​ກໍ​ໄດ້​ໃຫ້​ເດັກນ້ອຍ​ຜູ້ຊາຍ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ.


ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ, ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ລາວ​ມາ​ຈາກ​ໃສ”.


“ພວກເຮົາ​ບອກ​ຂ່າວປະເສີດ​ນີ້​ກັບ​ທ່ານ​ທັງຫລາຍ​ວ່າ: ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ,


ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.


ເຖິງແມ່ນວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.


ເພາະ​ຄວາມເຊື່ອ​ແບບ​ນີ້​ເອງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ​ການຍົກຍ້ອງ.


ຈົ່ງ​ລະວັງ​ຢ່າ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ຢູ່​ນັ້ນ. ຖ້າ​ພວກເຂົາ​ຍັງ​ໜີ​ບໍ່​ພົ້ນ​ເມື່ອ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ເຕືອນ​ພວກເຂົາ​ໃນ​ໂລກ​ນີ້, ພວກເຮົາ​ຍິ່ງ​ຈະ​ໜີ​ບໍ່​ພົ້ນ​ຖ້າ​ພວກເຮົາ​ຫັນໜີ​ຈາກ​ພຣະອົງ​ຜູ້​ເຕືອນ​ພວກເຮົາ​ຈາກ​ສະຫວັນ?


ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


“ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ”, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.


ເພາະ​ຖ້າ​ໂຢຊວຍ​ໄດ້​ໃຫ້​ພວກເຂົາ​ເຂົ້າ​ສູ່​ການ​ພັກສະຫງົບ ພຣະເຈົ້າ​ກໍ​ຄົງ​ບໍ່​ຕ້ອງ​ກ່າວ​ເຖິງ​ອີກ​ວັນ​ໜຶ່ງ​ໃນ​ພາຍຫລັງ.


ໃນ​ທຳນອງ​ດຽວ​ກັນ, ພຣະຄຣິດເຈົ້າ​ບໍ່​ໄດ້​ຍົກ​ພຣະອົງ​ເອງ​ຂຶ້ນ​ຮັບ​ກຽດ​ແຫ່ງ​ການ​ເປັນ​ມະຫາ​ປະໂລຫິດ. ແຕ່​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້​ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”.


ເມື່ອ​ໂມເຊ​ປະກາດ​ກົດບັນຍັດ​ທຸກ​ຂໍ້​ແກ່​ປະຊາຊົນ​ທັງໝົດ​ແລ້ວ, ເພິ່ນ​ກໍ​ໄດ້​ເອົາ​ເລືອດ​ລູກງົວ​ພ້ອມ​ດ້ວຍ​ນ້ຳ, ຂົນແກະ​ສີແດງເຂັ້ມ ແລະ ກິ່ງ​ຫູສົບ​ມາ ແລ້ວ​ຊິດ​ໃສ່​ໜັງສືມ້ວນ​ນັ້ນ ແລະ ຊິດ​ໃສ່​ຄົນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka