Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຜູ້ໃດ​ກໍ​ຕາມ​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ເນື້ອໜັງ​ຂອງ​ຕົນ, ກໍ​ຈະ​ເກັບກ່ຽວ​ຄວາມພິນາດ​ຈາກ​ເນື້ອໜັງ​ນັ້ນ, ຜູ້​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ພຣະວິນຍານ ກໍ​ຈະ​ເກັບກ່ຽວ​ຊີວິດ​ນິລັນດອນ​ຈາກ​ພຣະວິນຍານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:8
31 Jak'a apnaqawi uñst'ayäwi  

ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ຈະ​ໄດ້​ຮັບ​ສິ່ງ​ຕອບແທນ​ຫລາຍ​ເທົ່າ​ໃນ​ຍຸກ​ນີ້ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ໃນ​ຍຸກ​ໜ້າ”.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ແມ່ນແຕ່​ເວລາ​ນີ້​ຜູ້​ທີ່​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິລັນດອນ, ເພື່ອ​ວ່າ​ທັງ​ຜູ້ຫວ່ານ ແລະ ຜູ້ເກັບກ່ຽວ​ຈະ​ຊື່ນຊົມຍິນດີ​ນຳກັນ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ນໍາ​ໄປ​ສູ່​ຄວາມຕາຍ ແຕ່​ຈິດໃຈ​ທີ່​ຄວບຄຸມ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ນໍາ​ໄປ​ສູ່​ຊີວິດ ແລະ ສັນຕິສຸກ,


ການເປັນຄືນມາ​ຂອງ​ຄົນຕາຍ​ກໍ​ເຊັ່ນ​ກັນ. ຮ່າງກາຍ​ທີ່​ຫວ່ານ​ລົງ​ນັ້ນ​ກໍ​ເປື່ອຍເນົ່າ​ໄດ້ ແລະ ຮ່າງກາຍ​ທີ່​ເປັນຄືນມາ​ຈະ​ບໍ່​ເປື່ອຍເນົ່າ​ອີກ,


ຢ່າ​ໄດ້​ຖືກ​ຫລອກ​ຄື: ພວກເຈົ້າ​ບໍ່​ສາມາດ​ເຢາະເຢີ້ຍ​ພຣະເຈົ້າ​ໄດ້. ມະນຸດ​ເກັບກ່ຽວ​ໃນ​ສິ່ງ​ທີ່​ຕົນ​ຫວ່ານ.


ແຕ່​ເປັນຍ້ອນ​ເຫດຜົນ​ນີ້​ເອງ​ຈຶ່ງ​ເມດຕາ​ເຮົາ​ຜູ້​ເປັນ​ຄົນຊົ່ວ​ທີ່ສຸດ​ໃນ​ບັນດາ​ຄົນບາບ, ເພື່ອ​ພຣະຄຣິດເຈົ້າເຢຊູ​ຈະ​ໄດ້​ສະແດງ​ຄວາມອົດທົນ​ອັນ​ມະຫາສານ​ຂອງ​ພຣະອົງ​ໃຫ້​ເປັນ​ຕົວຢ່າງ​ແກ່​ຄົນ​ທັງປວງ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ແລະ ຮັບເອົາ​ຊີວິດ​ນິລັນດອນ.


ເພື່ອ​ວ່າ ເມື່ອ​ພວກເຮົາ​ຖືກ​ນັບ​ເປັນ​ຜູ້ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ກາຍເປັນ​ຜູ້ຮັບມໍລະດົກ ມີ​ຄວາມຫວັງ​ໃນ​ຊີວິດ​ນິລັນດອນ.


ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.


ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka