Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແຕ່ລະຄົນ​ຄວນ​ສຳຫລວດ​ເບິ່ງ​ການງານ​ຂອງ​ຕົນເອງ ຖ້າ​ການງານ​ດີ ກໍ​ຈົ່ງ​ພູມໃຈ​ໃນ​ການງານ​ນັ້ນ ໂດຍ​ບໍ່​ຕ້ອງ​ປຽບທຽບ​ໃສ່​ກັບ​ການງານ​ຂອງ​ຄົນອື່ນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:4
17 Jak'a apnaqawi uñst'ayäwi  

ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ແຕ່ລະຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ຕົນເອງ​ກ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ແລະ ດື່ມ​ຈາກ​ຈອກ​ນີ້.


ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ.


ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ຈົ່ງ​ພິຈາລະນາ​ຕົນເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ?


ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.


ເພື່ອ​ວ່າ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ອີກ ຄວາມໂອ້ອວດ​ໃນ​ພຣະຄຣິດເຈົ້າເຢຊູ​ຂອງ​ພວກເຈົ້າ​ກໍ​ຈະ​ອຸດົມສົມບູນ​ເນື່ອງ​ຈາກ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka