Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແມ່ນແຕ່​ພວກ​ທີ່​ໃຫ້​ຮັບ​ພິທີຕັດ ກໍ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພວກເຂົາ​ຢາກ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ ເພື່ອ​ພວກເຂົາ​ຈະ​ເອົາ​ເລື່ອງ​ເນື້ອກາຍ​ຂອງ​ພວກເຈົ້າ​ໄປ​ອວດອ້າງ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:13
11 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.


“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ດ້ວຍວ່າ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ເຄື່ອງເທດ​ຂອງ​ເຈົ້າ ຄື​ຜັກຫອມລາບ, ແກ່ນ​ຜັກຊີ ແລະ ຜັກຄູມິນ. ແຕ່​ພວກເຈົ້າ​ໄດ້​ລະເລີຍ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ໃນ​ກົດບັນຍັດ ຄື​ຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມ​ສັດຊື່. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ເຫລົ່ານີ້​ໂດຍ​ບໍ່​ປະຖິ້ມ​ສິ່ງ​ອື່ນ​ດ້ວຍ.


ດັ່ງນັ້ນ ພວກເຈົ້າ​ຕ້ອງ​ລະມັດວະວັງ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພວກເຂົາ​ບອກ​ພວກເຈົ້າ. ແຕ່​ຢ່າ​ເຮັດ​ໃນ​ສິ່ງ​ທີ່​ພວກເຂົາ​ເຮັດ, ເພາະ​ພວກເຂົາ​ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຂົາ​ໄດ້​ສັ່ງສອນ.


ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່


ດັ່ງນັ້ນ​ແຫລະ ຢ່າ​ໂອ້ອວດ​ເຖິງ​ຜູ້ນຳ​ທີ່​ເປັນ​ມະນຸດ​ອີກ​ເລີຍ! ດ້ວຍວ່າ ສິ່ງ​ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ໃນ​ເມື່ອ​ຫລາຍຄົນ​ອວດ​ຕາມ​ແບບ​ຄົນ​ຂອງ​ໂລກ, ເຮົາ​ກໍ​ຈະ​ອວດ​ເໝືອນກັນ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka