Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:1
41 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ຝ່າຍ​ເປໂຕ​ນັ່ງ​ຢູ່​ເດີ່ນບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ເພິ່ນ ແລະ ເວົ້າ​ວ່າ, “ເຈົ້າ​ກໍ​ຢູ່​ກັບ​ເຢຊູ​ແຫ່ງ​ຄາລີເລ​ເໝືອນກັນ”.


ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.


ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ນໍາ​ໄປ​ສູ່​ຄວາມຕາຍ ແຕ່​ຈິດໃຈ​ທີ່​ຄວບຄຸມ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ນໍາ​ໄປ​ສູ່​ຊີວິດ ແລະ ສັນຕິສຸກ,


ດັ່ງນັ້ນ ຖ້າ​ພວກເຈົ້າ​ຄິດວ່າ​ຕົນເອງ​ຕັ້ງໝັ້ນຄົງ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ລົ້ມລົງ!


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.


ບຸກຄົນ​ທີ່​ມີ​ພຣະວິນຍານ​ກໍ​ຕັດສິນ​ກ່ຽວກັບ​ທຸກໆ​ສິ່ງ​ໄດ້, ແຕ່​ບຸກຄົນ​ດັ່ງກ່າວ​ນັ້ນ​ບໍ່ໄດ້​ຂຶ້ນຢູ່​ກັບ​ການຕັດສິນ​ຂອງ​ມະນຸດ​ເທົ່ານັ້ນ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ.


ພວກເຈົ້າ​ມັກ​ອັນໃດ? ຈະ​ໃຫ້​ເຮົາ​ຖື​ໄມ້ແສ້​ຂອງ​ການຕີສອນ​ມາ​ຫາ​ພວກເຈົ້າ ຫລື ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຈິດໃຈ​ທີ່​ອ່ອນສຸພາບ?


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ບັດນີ້​ພວກເຈົ້າ​ຄວນ​ຈະ​ໃຫ້​ອະໄພ ແລະ ເລົ້າໂລມໃຈ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ຖືກ​ຄອບງຳ​ໂດຍ​ຄວາມໂສກເສົ້າ​ຫລາຍ​ເກີນ​ໄປ.


ເຫດສະນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຢືນຢັນ​ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ລາວ​ອີກ​ເທື່ອ​ໜຶ່ງ.


ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມ​ຕົນເອງ. ສິ່ງ​ເຫລົ່ານີ້​ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ຫ້າມ​ເລີຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.


ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ


“ຈົ່ງ​ເຮັດ​ທາງ​ໃຫ້​ຮາບພຽງ​ສຳລັບ​ຕີນ​ຂອງ​ເຈົ້າ” ເພື່ອວ່າ​ຄົນຂາເປັ້ຍ​ນັ້ນ​ຈະ​ບໍ່​ພິການ, ແຕ່​ຈະ​ຫາຍດີ​ເປັນ​ປົກກະຕິ.


ຈົ່ງ​ສືບຕໍ່​ລະນຶກ​ເຖິງ​ບັນດາ​ຜູ້​ທີ່​ຖືກ​ຂັງຄຸກ​ຢູ່​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຖືກ​ຂັງຄຸກ​ຮ່ວມ​ກັນ​ກັບ​ພວກເຂົາ​ດ້ວຍ ແລະ ຈົ່ງ​ລະນຶກ​ເຖິງ​ບັນດາ​ຄົນ​ທີ່​ຖືກ​ຂົ່ມເຫັງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ເອງ​ກຳລັງ​ທຸກທໍລະມານ​ຢູ່.


ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


ຖ້າ​ພວກເຈົ້າ​ເຫັນ​ພີ່ນ້ອງ​ຂອງ​ຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ, ພວກເຈົ້າ​ຄວນ​ອະທິຖານ​ຂໍ ແລະ ພຣະເຈົ້າ​ຈະ​ໃຫ້​ຊີວິດ​ແກ່​ພວກເຂົາ. ເຮົາ​ໝາຍ​ເຖິງ​ບັນດາ​ຄົນ​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ. ບາບ​ທີ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ. ເຮົາ​ບໍ່​ໄດ້​ກ່າວ​ວ່າ​ພວກເຈົ້າ​ຄວນ​ອະທິຖານ​ຂໍ​ສຳລັບ​ຄົນ​ທີ່​ເຮັດ​ບາບ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka