Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 5:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ເນື່ອງຈາກ​ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະວິນຍານ, ກໍ​ໃຫ້​ພວກເຮົາ​ກ້າວໄປ​ຕາມ​ພຣະວິນຍານ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່​ໂດຍ​ພຣະວິນຍານ ກໍ​ຈົ່ງ​ດຳເນີນ​ຊີວິດ​ໄປ​ຕາມ​ພຣະວິນຍານ​ນັ້ນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 5:25
10 Jak'a apnaqawi uñst'ayäwi  

ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,


ແຕ່​ຖ້າ​ພຣະຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ເຖິງ​ວ່າ​ຮ່າງກາຍ​ຂອງ​ພວກເຈົ້າ​ຈະ​ຕາຍ​ໄປ​ເພາະ​ຄວາມບາບ ແຕ່​ພຣະວິນຍານ​ໃຫ້​ຊີວິດ​ເພາະ​ຄວາມຊອບທຳ.


ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.


ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ, ຈົ່ງ​ດຳເນີນຊີວິດ​ຕາມ​ພຣະວິນຍານ ແລະ ພວກເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມປາຖະໜາ​ຂອງ​ເນື້ອໜັງ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ແຕ່​ຫລັງ​ຈາກ​ສາມ​ວັນ​ເຄິ່ງ​ແລ້ວ​ລົມຫາຍໃຈ​ແຫ່ງ​ຊີວິດ​ຈາກ​ພຣະເຈົ້າ​ກໍ​ໄດ້​ເຂົ້າ​ໃນ​ສົບ​ນັ້ນ, ພວກເພິ່ນ​ທັງ​ສອງ​ຈຶ່ງ​ລຸກ​ຢືນ​ຂຶ້ນ, ຄົນ​ທີ່​ພົບ​ເຫັນ​ກໍ​ຢ້ານກົວ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka