Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 5:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ຈົດຈຳ​ຄຳເວົ້າ​ຂອງ​ເຮົາ! ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າວ່າ ຖ້າ​ພວກເຈົ້າ​ຍອມ​ໃຫ້​ຕົນເອງ​ຮັບ​ພິທີຕັດ, ພຣະຄຣິດເຈົ້າ​ກໍ​ຈະ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 5:2
16 Jak'a apnaqawi uñst'ayäwi  

ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”.


ພວກເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ບາງຄົນ​ໃນ​ພວກເຮົາ​ໄດ້​ໄປ​ຫາ​ພວກທ່ານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພວກເຮົາ ແລະ ໄປ​ລົບກວນ​ຈິດໃຈ​ຂອງ​ພວກທ່ານ​ໂດຍ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ພວກທ່ານ​ບໍ່​ສະບາຍໃຈ.


ຫລັງຈາກນັ້ນ ຜູ້​ເຊື່ອ​ບາງຄົນ​ທີ່​ຢູ່ໃນ​ກຸ່ມ​ພວກ​ຟາຣີຊາຍ​ໄດ້​ຢືນຂຶ້ນ ແລະ ເວົ້າ​ວ່າ, “ຄົນຕ່າງຊາດ​ຕ້ອງ​ຮັບ​ພິທີຕັດ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ”.


ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.


ເຮົາ​ໂປໂລ​ຂຽນ​ຂໍ້ຄວາມ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ. ເຮົາ​ຈະ​ໃຊ້​ແທນ​ໃຫ້​ໂດຍ​ບໍ່​ເອີ່ຍ​ເຖິງ​ວ່າ​ໂຕ​ເຈົ້າ​ເອງ​ກໍ​ເປັນ​ໜີ້​ຊີວິດ​ເຮົາ.


ແຕ່​ຂໍຮ້ອງ​ເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມຮັກ ເຮົາ​ໂປໂລ​ຜູ້​ເຖົ້າແກ່ ແລະ ບັດນີ້​ຍັງ​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າເຢຊູ​ດ້ວຍ.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka