18 ແຕ່ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ໄດ້ຢູ່ໃຕ້ກົດບັນຍັດ.
18 ສະນັ້ນ ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ຢູ່ໃຕ້ກົດບັນຍັດ.
ແຕ່ເມື່ອພຣະວິນຍານແຫ່ງຄວາມຈິງມາ ພຣະອົງຈະນຳພວກເຈົ້າໄປສູ່ຄວາມຈິງທັງໝົດ. ພຣະອົງຈະບໍ່ກ່າວໂດຍພຣະອົງເອງແຕ່ຈະກ່າວສະເພາະສິ່ງທີ່ໄດ້ຍິນ ແລະ ຈະບອກພວກເຈົ້າໃຫ້ຮູ້ຈັກເຖິງສິ່ງທີ່ຈະເກີດຂຶ້ນ.
ດັ່ງນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເໝືອນກັນໄດ້ຕາຍຈາກກົດບັນຍັດໂດຍທາງກາຍຂອງພຣະຄຣິດເຈົ້າແລ້ວ, ເພື່ອພວກເຈົ້າຈະຕົກເປັນຂອງຜູ້ໜຶ່ງອີກຄື ເປັນຂອງພຣະອົງຜູ້ທີ່ເປັນຄືນມາຈາກຕາຍ ເພື່ອວ່າພວກເຮົາຈະເກີດຜົນຖວາຍແກ່ພຣະເຈົ້າ.
ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ ພວກເຮົາຈຶ່ງມີພັນທະແຕ່ບໍ່ແມ່ນພັນທະຕໍ່ເນື້ອໜັງທີ່ເຮົາຕ້ອງດຳເນີນຊີວິດຕາມຢ່າງເນື້ອໜັງນັ້ນ.
ເພາະພຣະວິນຍານຂອງພຣະເຈົ້ານຳພາຜູ້ໃດ ຜູ້ນັ້ນແຫລະເປັນບຸດຂອງພຣະເຈົ້າ.
ດັ່ງນັ້ນ ເຮົາຈຶ່ງບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າຈະບໍ່ເຮັດຕາມຄວາມປາຖະໜາຂອງເນື້ອໜັງ.
ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມຕົນເອງ. ສິ່ງເຫລົ່ານີ້ບໍ່ມີກົດບັນຍັດຂໍ້ໃດຫ້າມເລີຍ.
ເນື່ອງຈາກພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍໃຫ້ພວກເຮົາກ້າວໄປຕາມພຣະວິນຍານນັ້ນ.
ພວກເຮົາກໍຮູ້ເໝືອນກັນວ່າກົດບັນຍັດບໍ່ໄດ້ມີເພື່ອຜູ້ຊອບທຳ ແຕ່ມີເພື່ອຄົນທີ່ລະເມີດກົດ ແລະ ຄົນທີ່ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນບໍ່ບໍລິສຸດ ແລະ ຄົນທີ່ບໍ່ເຊື່ອພຣະເຈົ້າ, ຄົນຂ້າພໍ່ຂ້າແມ່, ຄົນຂ້າຄົນ,
ເພາະພຣະວິນຍານທີ່ພຣະເຈົ້າໄດ້ໃຫ້ພວກເຮົານັ້ນບໍ່ໄດ້ເຮັດໃຫ້ພວກເຮົາມີໃຈອັນຢ້ານກົວ ແຕ່ມອບລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນໃຫ້ແກ່ພວກເຮົາ.