ຄາລາເຕຍ 5:13 - ພຣະຄຳພີລາວສະບັບສະໄໝໃໝ່13 ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າໄດ້ຖືກເອີ້ນນັ້ນກໍເພື່ອເສລີພາບ. ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເພື່ອເຮັດຕາມເນື້ອໜັງ; ແຕ່ຈົ່ງຮັບໃຊ້ກັນແລະກັນດ້ວຍຄວາມຖ່ອມຕົວໃນຄວາມຮັກ. Uka jalj uñjjattʼätaພຣະຄຳພີສັກສິ13 ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ. Uka jalj uñjjattʼäta |
ຄຳພິພາກສາຂອງຄົນເຫລົ່ານີ້ໄດ້ຖືກບັນທຶກໄວ້ດົນແລ້ວ ເນື່ອງຈາກວ່າມີບາງຄົນໄດ້ປອມໂຕເຂົ້າມາໃນທ່າມກາງພວກເຈົ້າ. ພວກເຂົາເປັນຄົນອະທຳ ບິດເບືອນພຣະຄຸນຂອງພຣະເຈົ້າເພື່ອເປັນຊ່ອງທາງໃຫ້ເຮັດຜິດສິນທຳ ແລະ ປະຕິເສດພຣະເຢຊູຄຣິດເຈົ້າຜູ້ເປັນອົງເຈົ້ານາຍ ແລະ ເປັນອົງພຣະຜູ້ເປັນເຈົ້າແຕ່ພຽງອົງດຽວຂອງພວກເຮົາ.