12 ສ່ວນຜູ້ກໍ່ກວນເຫລົ່ານັ້ນ ເຮົາປາຖະໜາໃຫ້ພວກເຂົາຕອນຕົນເອງສາ!
12 ສ່ວນຄົນເຫຼົ່ານັ້ນ ທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສຍ.
ພວກເຂົາຕອບໂຕ້ລາວວ່າ, “ເຈົ້າຕົກຢູ່ໃນຄວາມບາບມາຕັ້ງແຕ່ເກີດ; ເຈົ້າກ້າມາສັ່ງສອນພວກເຮົາໄດ້ຢ່າງໃດ!” ແລ້ວພວກເຂົາກໍໄລ່ລາວອອກໄປ.
ພວກເຮົາໄດ້ຍິນຂ່າວວ່າມີບາງຄົນໃນພວກເຮົາໄດ້ໄປຫາພວກທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ ແລະ ໄປລົບກວນຈິດໃຈຂອງພວກທ່ານໂດຍເວົ້າສິ່ງທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ.
ເມື່ອອານາເນຍໄດ້ຍິນດັ່ງນີ້, ລາວກໍລົ້ມລົງຕາຍ. ແລະ ຄົນທັງປວງທີ່ໄດ້ຍິນສິ່ງທີ່ເກີດຂຶ້ນນັ້ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
ເປໂຕຈຶ່ງກ່າວກັບນາງວ່າ, “ພວກເຈົ້າກ້າທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ? ຈົ່ງຟັງ! ຕີນຂອງບັນດາຜູ້ຝັງສົບຜົວຂອງເຈົ້າກໍຢູ່ທີ່ປະຕູ ແລະ ພວກເຂົາຈະຫາມເຈົ້າອອກໄປເໝືອນກັນ”.
ພຣະເຈົ້າຈະຕັດສິນຄົນທີ່ຢູ່ພາຍນອກເຫລົ່ານັ້ນ. “ຈົ່ງຂັບໄລ່ຄົນຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ”.
ເລື່ອງນີ້ເກີດຂຶ້ນເພາະຜູ້ທີ່ເຊື່ອປອມບາງຄົນໄດ້ແຊກແຊງເຂົ້າມາໃນໝູ່ພວກເຮົາ ເພື່ອສືບເບິ່ງເສລີພາບທີ່ພວກເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ເພື່ອຈະເຮັດໃຫ້ພວກເຮົາເປັນຂ້າທາດ.
ເຮົາໝັ້ນໃຈໃນອົງພຣະຜູ້ເປັນເຈົ້າວ່າ ພວກເຈົ້າຈະບໍ່ຍອມຮັບຄວາມຄິດຢ່າງອື່ນ. ຜູ້ທີ່ເຮັດໃຫ້ພວກເຈົ້າສັບສົນວຸ້ນວາຍນັ້ນ ບໍ່ວ່າລາວຈະເປັນຜູ້ໃດກໍຕາມ ຈະຕ້ອງໄດ້ຮັບໂທດ.
ຈົ່ງຕັກເຕືອນຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກເທື່ອທີໜຶ່ງກ່ອນ ແລ້ວຈຶ່ງຕັກເຕືອນອີກເປັນເທື່ອທີສອງ. ຫລັງຈາກນັ້ນ ກໍຢ່າກ່ຽວຂ້ອງກັບພວກເຂົາ.