Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 5:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña




ຄາລາເຕຍ 5:11
17 Jak'a apnaqawi uñst'ayäwi  

ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.


ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ແລະ ສຳລັບ​ພວກເຮົາ​ນັ້ນ ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ປະເຊີນ​ກັບ​ໄພອັນຕະລາຍ​ຢູ່​ທຸກ​ເວລາ?


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ໃນ​ເວລາ​ນັ້ນ ລູກຊາຍ​ທີ່​ເກີດ​ຕາມ​ເນື້ອໜັງ​ໄດ້​ຂົ່ມເຫັງ​ລູກ​ທີ່​ເກີດ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານ. ບັດນີ້​ກໍ​ເຊັ່ນດຽວ​ກັນ.


ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


ຈາກ​ນີ້​ໄປ, ຢ່າ​ໃຫ້​ຜູ້ໃດ​ກໍ່​ຄວາມເດືອດຮ້ອນ​ແກ່​ເຮົາ​ອີກ, ເພາະ​ເຮົາ​ມີ​ເຄື່ອງໝາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ເທິງ​ຮ່າງກາຍ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka