Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້າທາດ​ອີກ​ຕໍ່ໄປ ແຕ່​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ເມື່ອ​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະອົງ​ແລ້ວ ພຣະເຈົ້າ​ກໍ​ຍັງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຜູ້ຮັບມໍລະດົກ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດັ່ງນັ້ນ ເພາະ​ໂດຍ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍຂ້າ​ຕໍ່ໄປ ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍຣະດົກ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:7
19 Jak'a apnaqawi uñst'ayäwi  

“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ແມ່ນ​ລູກ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ.


ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka