Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ແຕ່​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ເປັນ​ອິດສະຫລະ ແລະ ເປັນ​ແມ່​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:26
27 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຖ້າ​ພຣະບຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.


ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.


ພວກເຈົ້າ​ໄດ້​ຮັບ​ການປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ແລ້ວ.


ເພາະ​ມີ​ຂຽນ​ໄວ້​ວ່າ ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ຂ້າທາດ ແລະ ອີກ​ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ.


ບັດນີ້ ນາງ​ຮາກາ​ໝາຍ​ເຖິງ​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ ແລະ ກົງ​ກັບ​ນະຄອນ​ເຢຣູຊາເລັມ​ໃນ​ປັດຈຸບັນ ເພາະວ່າ​ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ເປັນ​ຂ້າທາດ​ຢູ່.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.


ມີ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ຍິງ​ຄົນ​ໜຶ່ງ​ມີ​ດວງອາທິດ​ປົກຄຸມ​ໂຕ​ເໝືອນ​ນຸ່ງ​ເສື້ອຜ້າ, ມີ​ດວງຈັນ​ຢູ່​ໃຕ້​ຕີນ ແລະ ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ​ຂອງ​ນາງ.


ຊື່​ທີ່​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ນາງ​ເປັນ​ຄວາມເລິກລັບ​ວ່າ: ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແມ່​ຂອງ​ຍິງໂສເພນີ ແລະ ສິ່ງທີ່ໜ້າກຽດຊັງ​ທັງຫລາຍ​ຂອງ​ແຜ່ນດິນໂລກ.


ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka