Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:19
28 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ທຸກໃຈ​ຫລາຍ, ພຣະອົງ​ຕັ້ງໃຈ​ອະທິຖານ​ຫລາຍ​ຂຶ້ນ ແລະ ເຫື່ອ​ຂອງ​ພຣະອົງ​ເປັນ​ຄື​ເລືອດ​ໄຫລ​ຢາດ​ລົງ​ທີ່​ພື້ນດິນ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ບັດນີ້ ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ເປັນ​ເທື່ອ​ທີສາມ ແລະ ເຮົາ​ຈະ​ບໍ່​ເປັນ​ພາລະ​ແກ່​ພວກເຈົ້າ, ເພາະວ່າ​ສິ່ງ​ທີ່​ເຮົາ​ຕ້ອງການ​ບໍ່ແມ່ນ​ຊັບສິນ​ຂອງ​ພວກເຈົ້າ ແຕ່​ແມ່ນ​ພວກເຈົ້າ. ເຖິງຢ່າງໃດ​ກໍ​ຕາມ ລູກ​ບໍ່​ສົມຄວນ​ທີ່​ຈະ​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ພໍ່ແມ່​ຂອງ​ຕົນ? ແຕ່​ແມ່ນ​ພໍ່ແມ່​ທີ່​ທ້ອນໂຮມ​ຊັບສິນ​ໄວ້​ໃຫ້​ລູກ​ຂອງ​ຕົນ.


ຈົນ​ກວ່າ​ພວກເຮົາ​ທັງໝົດ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ຄວາມເຊື່ອ ແລະ ໃນ​ຄວາມຮູ້​ເຖິງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ກາຍເປັນ​ຄົນ​ທີ່​ເຕີບໃຫຍ່ ຄື​ການ​ບັນລຸ​ເຖິງ​ຂະໜາດ​ຄວາມສົມບູນ​ຂອງ​ພຣະຄຣິດເຈົ້າ.


ແລະ ເພື່ອ​ສວມ​ສະພາບ​ມະນຸດ​ໃໝ່, ເຊິ່ງ​ຖືກ​ສ້າງຂຶ້ນ​ໃຫ້​ເປັນ​ເໝືອນ​ພຣະເຈົ້າ​ໃນ​ຄວາມຊອບທຳ ແລະ ຄວາມບໍລິສຸດ​ທີ່​ແທ້ຈິງ.


ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.


ສຳລັບ​ພວກເຂົາ​ແລ້ວ ພຣະເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ໄດ້​ຮູ້ຈັກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ຂໍ້​ເລິກລັບ ຄື​ພຣະຄຣິດເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ເຊິ່ງ​ເປັນ​ຄວາມຫວັງ​ແຫ່ງ​ສະຫງ່າລາສີ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.


ແລະ ສວມ​ສະພາບ​ມະນຸດ​ຄົນ​ໃໝ່ ເຊິ່ງ​ພຣະເຈົ້າ​ກຳລັງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ລັກສະນະ​ຂອງ​ພຣະ​ຜູ້ສ້າງ​ເພື່ອ​ໃຫ້​ພວກເຈົ້າ​ຮູ້ຈັກ​ພຣະອົງ​ຫລາຍຂຶ້ນ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.


ເຮົາ​ໂປໂລ​ຂຽນ​ຂໍ້ຄວາມ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ. ເຮົາ​ຈະ​ໃຊ້​ແທນ​ໃຫ້​ໂດຍ​ບໍ່​ເອີ່ຍ​ເຖິງ​ວ່າ​ໂຕ​ເຈົ້າ​ເອງ​ກໍ​ເປັນ​ໜີ້​ຊີວິດ​ເຮົາ.


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.


ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka