Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ຄົນ​ເຫລົ່ານັ້ນ​ຮ້ອນຮົນ​ເພື່ອ​ຊະນະ​ໃຈ​ພວກເຈົ້າ, ແຕ່​ບໍ່ແມ່ນ​ເພາະ​ຄວາມຫວັງດີ. ສິ່ງ​ທີ່​ພວກເຂົາ​ຕ້ອງການ​ຄື​ແຍກ​ພວກເຈົ້າ​ອອກ​ໄປ​ຈາກ​ພວກເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮ້ອນຮົນ​ເພື່ອ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຄົນ​ເຫຼົ່ານັ້ນ​ສົນໃຈ​ພວກເຈົ້າ ບໍ່ແມ່ນ​ດ້ວຍ​ຄວາມຫວັງ​ດີ ພວກເຂົາ​ພຽງແຕ່​ຢາກ​ແຍກ​ພວກເຈົ້າ​ອອກ​ຈາກ​ເຮົາ​ເທົ່ານັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ສົນໃຈ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ສົນໃຈ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:17
14 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.


ເພາະ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ຮ້ອນຮົນ​ເພື່ອ​ພຣະເຈົ້າ ແຕ່​ຄວາມຮ້ອນຮົນ​ຂອງ​ພວກເຂົາ​ບໍ່​ໄດ້​ຕັ້ງ​ຢູ່​ເທິງ​ຄວາມຮູ້.


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ.


ມີ​ບາງຄົນ​ໃນ​ພວກເຈົ້າ​ກາຍ​ເປັນ​ຜູ້​ອວດດີ ເໝືອນ​ກັບ​ວ່າ​ເຮົາ​ຈະ​ບໍ່​ມາ​ຫາ​ພວກເຈົ້າ.


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!


ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.


ບັດນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ​ແລ້ວ​ໂດຍ​ການ​ກ່າວຄວາມຈິງ​ແກ່​ພວກເຈົ້າ​ບໍ?


ຖ້າ​ຮ້ອນຮົນ​ເພາະ​ຄວາມຫວັງດີ​ກໍ​ດີ​ຢູ່ ແລະ ໃຫ້​ເປັນ​ເຊັ່ນ​ນັ້ນ​ຕະຫລອດ, ບໍ່ແມ່ນ​ສະເພາະ​ແຕ່​ເວລາ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ.


ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka