Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ພວກເຈົ້າ​ລືມ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ແລ້ວ​ບໍ? ເຮົາ​ເອງ​ກ້າ​ເວົ້າ​ໄດ້​ວ່າ ຖ້າ​ເປັນ​ໄປ​ໄດ້​ພວກເຈົ້າ​ຄົງ​ຈະ​ຄວັດ​ໜ່ວຍ​ຕາ​ຂອງ​ພວກເຈົ້າ​ໃຫ້​ແກ່​ເຮົາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:15
17 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ເພາະ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ຮ້ອນຮົນ​ເພື່ອ​ພຣະເຈົ້າ ແຕ່​ຄວາມຮ້ອນຮົນ​ຂອງ​ພວກເຂົາ​ບໍ່​ໄດ້​ຕັ້ງ​ຢູ່​ເທິງ​ຄວາມຮູ້.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ໄດ້​ຖວາຍ​ຫລາຍ​ກວ່າ​ທີ່​ພວກເຂົາ​ສາມາດ​ເຮັດ​ໄດ້ ແລະ ແມ່ນແຕ່​ເກີນ​ຄວາມສາມາດ​ຂອງ​ພວກເຂົາ. ດ້ວຍ​ຄວາມສະໝັກໃຈ​ຂອງ​ພວກເຂົາ​ເອງ,


ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.


ແລະ ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ເຮົາ​ເປັນ​ການ​ທົດລອງ​ສຳລັບ​ພວກເຈົ້າ, ພວກເຈົ້າ​ກໍ​ບໍ່​ໄດ້​ດູຖູກ ຫລື ເຢາະເຢີ້ຍ​ເຮົາ​ເລີຍ. ແຕ່​ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ເໝືອນ​ວ່າ​ເຮົາ​ເປັນ​ເທວະດາ​ຂອງ​ພຣະເຈົ້າ, ເໝືອນ​ວ່າ​ເຮົາ​ເປັນ​ອົງ​ພຣະຄຣິດເຈົ້າເຢຊູ​ເອງ.


ບັດນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ​ແລ້ວ​ໂດຍ​ການ​ກ່າວຄວາມຈິງ​ແກ່​ພວກເຈົ້າ​ບໍ?


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.


ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ໄດ້​ວ່າ​ເພິ່ນ​ທຳງານ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ ເພື່ອ​ຄົນ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ທັງ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.


ຈົ່ງ​ຮັກ ແລະ ເຄົາລົບ​ພວກເພິ່ນ​ເຫລົ່ານັ້ນ​ຢ່າງ​ສູງ​ເພາະ​ການງານ​ທີ່​ພວກເພິ່ນ​ໄດ້​ເຮັດ. ຈົ່ງ​ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka