Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແລະ ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ເຮົາ​ເປັນ​ການ​ທົດລອງ​ສຳລັບ​ພວກເຈົ້າ, ພວກເຈົ້າ​ກໍ​ບໍ່​ໄດ້​ດູຖູກ ຫລື ເຢາະເຢີ້ຍ​ເຮົາ​ເລີຍ. ແຕ່​ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ເໝືອນ​ວ່າ​ເຮົາ​ເປັນ​ເທວະດາ​ຂອງ​ພຣະເຈົ້າ, ເໝືອນ​ວ່າ​ເຮົາ​ເປັນ​ອົງ​ພຣະຄຣິດເຈົ້າເຢຊູ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງເຮົາ ຈະ​ເປັນ​ການ​ທົດລອງ​ໃຈ​ເຈົ້າ​ທັງຫລາຍ​ກໍຕາມ ພວກເຈົ້າ​ກໍ​ບໍ່ໄດ້​ໝິ່ນປະໝາດ ຫລື​ເບື່ອໜ່າຍ​ເຮົາ ແຕ່​ໄດ້​ຕ້ອນຮັບ​ເຮົາ ເໝືອນ​ກັບ​ເປັນ​ທູດ​ຂອງ​ພຣະເຈົ້າ ຫລື​ເໝືອນ​ກັບ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:14
23 Jak'a apnaqawi uñst'ayäwi  

“ຜູ້ໃດ​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


“ແລະ​ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້​ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຕ້ອນຮັບ​ເຮົາ,


“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.


ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ຕ່ຳຕ້ອຍ​ຂອງ​ໂລກ ແລະ ສິ່ງ​ທີ່​ພວກເຂົາ​ດູໝິ່ນ ແລະ ສິ່ງ​ທີ່​ບໍ່​ສຳຄັນ​ຫຍັງ ເພື່ອ​ລຶບລ້າງ​ສິ່ງ​ທີ່​ໂລກ​ຖື​ວ່າ​ສຳຄັນ,


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.


ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ ຕອນ​ທຳອິດ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ​ກໍ​ເພາະ​ຄວາມເຈັບປ່ວຍ.


ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka