Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຮົາ​ຢ້ານກົວ​ແທນ​ພວກເຈົ້າ ຄື​ຢ້ານ​ວ່າ​ການ​ທີ່​ເຮົາ​ບາກບັ່ນ​ທຸ້ມເທ​ໃຫ້​ພວກເຈົ້າ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:11
13 Jak'a apnaqawi uñst'ayäwi  

ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.


ພວກເຈົ້າ​ທັງຫລາຍ​ກຳລັງ​ສັງເກດ​ວັນພິເສດ​ຕ່າງໆ, ເດືອນ​ຕ່າງໆ, ລະດູ​ຕ່າງໆ ແລະ ປີ​ຕ່າງໆ!


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍຮ້ອງ​ພວກເຈົ້າ ຂໍ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ເຮົາ ເພາະ​ເຮົາ​ໄດ້​ເປັນ​ເໝືອນ​ພວກເຈົ້າ. ພວກເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ເຮົາ.


ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ ປ່ຽນ​ສຽງເວົ້າ​ຂອງ​ເຮົາ​ຂະໜາດ​ໃດ​ນໍ ເພາະ​ເຮົາ​ສັບສົນ​ກ່ຽວກັບ​ພວກເຈົ້າ!


ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ສູນເສຍ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໄວ້ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ເຕັມສ່ວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka