Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະຄຳພີ​ໄດ້​ຮູ້​ລ່ວງໜ້າ​ແລ້ວ​ວ່າ​ພຣະເຈົ້າ​ຈະ​ນັບວ່າ​ຄົນຕ່າງຊາດ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ ແລະ ໄດ້​ປະກາດຂ່າວປະເສີດ​ລ່ວງໜ້າ​ແກ່​ອັບຣາຮາມ​ແລ້ວ​ວ່າ: “ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ຄາລາເຕຍ 3:8
25 Jak'a apnaqawi uñst'ayäwi  

ແລະ ຍັງ​ມີ​ພຣະຄຳພີ​ອີກ​ຕອນ​ໜຶ່ງ​ທີ່​ກ່າວ​ວ່າ, “ພວກເຂົາ​ທັງຫລາຍ​ຈະ​ຫລຽວ​ເບິ່ງ​ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ”.


ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.


ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”


ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ”’.


ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.


ຖ້າ​ເປັນ​ດັ່ງນີ້​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ຄົນຕ່າງຊາດ​ຜູ້​ທີ່​ບໍ່​ໄດ້​ດິ້ນລົນ​ຫາ​ຄວາມຊອບທຳ​ກໍ​ຍັງ​ໄດ້​ຮັບ​ຄວາມຊອບທຳ​ຄື ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ,


ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.


ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.


ແຕ່​ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ຈົ່ງ​ກຳຈັດ​ຍິງ​ທີ່​ເປັນ​ຂ້າທາດ ແລະ ລູກຊາຍ​ຂອງ​ນາງ​ອອກ​ໄປ, ເພາະ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ຂ້າທາດ​ນັ້ນ​ຈະ​ບໍ່​ມີ​ສ່ວນຮ່ວມ​ໃນ​ມໍລະດົກ​ກັບ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ອິດສະຫລະ”.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka