Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ກ່ອນ​ທີ່​ຄວາມເຊື່ອ​ນີ້​ຈະ​ມາເຖິງ, ພວກເຮົາ​ໄດ້​ຖືກ​ຄວບຄຸມ​ຢູ່​ພາຍໃຕ້​ກົດບັນຍັດ, ຖືກ​ກັກ​ໄວ້​ຈົນ​ກວ່າ​ຄວາມເຊື່ອ​ທີ່​ຈະ​ມາເຖິງ​ນັ້ນ​ຈະ​ຖືກ​ເປີດເຜີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເມື່ອ​ຄວາມເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບເຂດ​ອຳນາດ​ຂອງ​ກົດບັນຍັດ ຖືກ​ຄວບຄຸມ​ໄວ້​ຈົນເຖິງ​ຄວາມເຊື່ອ​ຈະ​ໄດ້​ມາ​ປາກົດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:23
15 Jak'a apnaqawi uñst'ayäwi  

ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.


ດ້ວຍວ່າ ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ມະນຸດ​ທັງຫລາຍ​ບໍ່ເຊື່ອຟັງ ເພື່ອ​ວ່າ​ພຣະອົງ​ຈະ​ເມດຕາ​ພວກເຂົາ​ທຸກຄົນ.


ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.


ຖ້າ​ດັ່ງນັ້ນ​ແລ້ວ, ກົດບັນຍັດ​ມີ​ໄວ້​ເພື່ອ​ຫຍັງ? ການ​ທີ່​ມີ​ກົດບັນຍັດ​ເພີ່ມ​ຂຶ້ນ ກໍ​ເພາະວ່າ​ມີ​ການລ່ວງລະເມີດ​ຕ່າງໆ​ຈົນ​ກວ່າ​ລູກຫລານ​ຜູ້​ທີ່​ສັນຍາ​ລະບຸ​ໄວ້​ຈະ​ມາ. ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ຜ່ານ​ທາງ​ບັນດາ​ເທວະດາ ແລະ ໄດ້​ມອບໝາຍ​ໃຫ້​ຄົນກາງ.


ພວກເຈົ້າ​ຜູ້​ທີ່​ຢາກ​ຢູ່​ໃຕ້​ກົດບັນຍັດ ຈົ່ງ​ບອກ​ເຮົາ​ມາ, ພວກເຈົ້າ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ໄວ້​ບໍ?


ແຕ່​ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ.


ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka