Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:21
18 Jak'a apnaqawi uñst'ayäwi  

ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”


ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.


ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.


ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?


ແຕ່​ຊົນຊາດ​ອິດສະຣາເອນ​ທີ່​ດິ້ນລົນ​ຫາ​ກົດບັນຍັດ​ແຫ່ງ​ຄວາມຊອບທຳ ກໍ​ບໍ່​ໄດ້​ບັນລຸ​ເປົ້າໝາຍ​ຂອງ​ພວກເຂົາ.


ບັດນີ້​ຖ້າ​ພັນທະກິດ​ທີ່​ນຳ​ຄວາມຕາຍ​ມາ ເຊິ່ງ​ໄດ້​ຈາລຶກ​ເປັນ​ຕົວອັກສອນ​ໃສ່​ເທິງ​ແຜ່ນຫີນ ກໍ​ຍັງ​ມາ​ດ້ວຍ​ສະຫງ່າລາສີ, ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ສະຫງ່າລາສີ​ນີ້​ຈະ​ຈາງຫາຍ​ໄປ, ແຕ່​ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ກ້າ​ເບິ່ງ​ໜ້າ​ໂມເຊ​ເພາະ​ສະຫງ່າລາສີ​ນັ້ນ,


“ແຕ່​ຖ້າຫາກ​ວ່າ, ໃນ​ການ​ສະແຫວງຫາ​ເພື່ອ​ຈະ​ເປັນ​ຜູ້ຊອບທຳ​ໃນ​ພຣະຄຣິດເຈົ້າ, ພວກເຮົາ​ຊາວຢິວ​ກໍ​ພົບ​ວ່າ​ພວກເຮົາ​ເອງ​ກໍ​ຢູ່​ໃນ​ບັນດາ​ຄົນ​ບາບ​ເຫລົ່ານັ້ນ​ດ້ວຍ, ນັ້ນ​ບໍ່​ໄດ້​ໝາຍຄວາມ​ວ່າ​ພຣະຄຣິດເຈົ້າ​ສົ່ງເສີມ​ຄົນບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ!


“ເພາະ​ໂດຍ​ທາງ​ກົດບັນຍັດ​ເຮົາ​ໄດ້​ຕາຍ​ຕໍ່​ກົດບັນຍັດ​ແລ້ວ​ເພື່ອ​ວ່າ​ຈະ​ໄດ້​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.


ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ກົດລະບຽບ​ເດີມ​ຖືກ​ຍົກເລີກ​ໄປ​ເນື່ອງຈາກ​ບໍ່​ມີ​ປະສິດທິພາບ ແລະ ບໍ່​ມີ​ປະໂຫຍດ


(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka