Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເພາະວ່າ​ຖ້າ​ການຮັບ​ມໍລະດົກ​ນັ້ນ​ຂຶ້ນ​ກັບ​ກົດບັນຍັດ, ດ້ວຍ​ເຫດ​ນີ້​ການ​ຮັບ​ມໍລະດົກ​ກໍ​ບໍ່​ໄດ້​ຂຶ້ນ​ກັບ​ສັນຍາ​ອີກ​ຕໍ່ໄປ; ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ໃຫ້​ມໍລະດົກ​ນັ້ນ​ແກ່​ອັບຣາຮາມ​ຜ່ານ​ທາງ​ສັນຍາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:18
14 Jak'a apnaqawi uñst'ayäwi  

ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ກົດບັນຍັດ​ບໍ່​ໄດ້​ຢູ່​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ; ແຕ່​ກົງກັນຂ້າມ, ກົດບັນຍັດ​ໄດ້​ກ່າວ​ວ່າ, “ຜູ້ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້​ຈະ​ມີຊີວິດ​ຢູ່​ໂດຍ​ສິ່ງ​ເຫລົ່ານີ້”.


ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka