Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈຳວັນ. ເຊັ່ນດຽວ​ກັນ​ກັບ​ພັນທະສັນຍາ​ຂອງ​ມະນຸດ​ເມື່ອ​ຕົກລົງ​ກັນ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຍົກເລີກ ຫລື ເພີ່ມເຕີມ​ໄດ້​ຢ່າງໃດ ແລະ ໃນ​ກໍລະນີ​ນີ້​ກໍ​ເປັນ​ຢ່າງນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂໍ​ຍົກ​ເອົາ​ເລື່ອງ​ເຫດການ​ທຳມະດາ​ມາ​ເປັນ​ຕົວຢ່າງ ເມື່ອ​ສອງ​ຄົນ​ຕົກລົງ​ກັນ​ໃນ​ເລື່ອງໃດ​ເລື່ອງໜຶ່ງ ແລະ​ເຊັນ​ສັນຍາ​ລົງ​ໄປ​ແລ້ວ ບໍ່ມີ​ຜູ້ໃດ​ຈະ​ລົ້ມເລີກ ຫລື​ເພີ່ມເຕີມ​ໄດ້​ອີກ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:15
10 Jak'a apnaqawi uñst'ayäwi  

ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ເຮົາ​ກຳລັງ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈໍາ​ວັນ​ກໍ​ເພາະ​ຄວາມຈໍາກັດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງ​ພວກເຈົ້າ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ເຄີຍ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມ​ເປື້ອນເປິ ແລະ ຄວາມ​ຊົ່ວຮ້າຍ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ​ຢ່າງໃດ, ບັດນີ້ ພວກເຈົ້າ​ກໍ​ຈົ່ງ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ທີ່​ນຳ​ມາ​ສູ່​ຄວາມບໍລິສຸດ.


ຖ້າ​ເຮົາ​ຕໍ່ສູ້​ກັບ​ພວກ​ສັດປ່າ​ໃນ​ເອເຟໂຊ​ໂດຍ​ບໍ່​ເກີນ​ຄວາມຫວັງ​ຂອງ​ມະນຸດ, ເຮົາ​ຈະ​ໄດ້​ອັນໃດ? ຖ້າ​ຄົນ​ຕາຍ​ບໍ່​ໄດ້​ຖືກ​ບັນດານ​ເປັນຄືນມາ, “ກໍ​ໃຫ້​ພວກເຮົາ​ກິນ ແລະ ດື່ມ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ”.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.


ເມື່ອ​ພຣະເຈົ້າ​ເຮັດ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອັບຣາຮາມ​ນັ້ນ, ເນື່ອງຈາກ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ທີ່​ພຣະອົງ​ຈະ​ອ້າງ​ເຖິງ​ໃນ​ຄຳສາບານ, ພຣະອົງ​ຈຶ່ງ​ສາບານ​ໂດຍ​ອ້າງ​ເຖິງ​ພຣະອົງ​ເອງ,


ມະນຸດ​ນັ້ນ​ສາບານ​ໂດຍ​ອ້າງ​ເຖິງ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ຕົນ ແລະ ຄຳສາບານ​ກໍ​ຢືນຢັນ​ສິ່ງ​ທີ່​ກ່າວ ແລະ ເຮັດ​ໃຫ້​ການໂຕ້ຖຽງ​ທັງໝົດ​ຈົບ​ລົງ.


ເພາະວ່າ​ພິໄນກຳ​ຈະ​ມີ​ຜົນ​ບັງຄັບໃຊ້​ກໍ​ຕໍ່​ເມື່ອ​ຜູ້​ເຮັດ​ນັ້ນ​ຕາຍ​ແລ້ວ, ຖ້າ​ຜູ້​ເຮັດ​ນັ້ນ​ຍັງ​ມີຊີວິດ​ຢູ່​ພິໄນກຳ​ຈະ​ບໍ່​ມີ​ຜົນ​ອັນໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka