Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)

Uka jalj uñjjattʼäta Copia luraña




ຄາລາເຕຍ 3:13
43 Jak'a apnaqawi uñst'ayäwi  

ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ.


ດັ່ງນັ້ນ ຢູດາ​ຈຶ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ວິຫານ ແລະ ອອກ​ໄປ. ຫລັງຈາກນັ້ນ ລາວ​ກໍ​ອອກ​ໄປ ແລະ ຜູກຄໍຕາຍ.


ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.


ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ເພື່ອ​ໄຖ່​ຄົນ​ທັງຫລາຍ​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິດທິ​ເປັນ​ບຸດ​ໂດຍ​ສົມບູນ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka