Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເປັນ​ທີ່​ຊັດເຈນ​ແລ້ວ​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ຈະ​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ຕໍ່ໜ້າ​ພຣະເຈົ້າ, ເພາະວ່າ “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເປັນ​ທີ່​ຮູ້​ແຈ້ງ​ແລ້ວ​ວ່າ ບໍ່ມີ​ມະນຸດ​ຄົນ​ໃດ ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ເທົ່ານັ້ນ​ຈະ​ມີ​ຊີວິດ.”

Uka jalj uñjjattʼäta Copia luraña




ຄາລາເຕຍ 3:11
20 Jak'a apnaqawi uñst'ayäwi  

ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ແລະ, “ແຕ່​ຄົນຊອບທຳ​ຂອງ​ເຮົາ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ແລະ ເຮົາ​ຈະ​ບໍ່​ພໍໃຈ ໃນ​ຄົນ​ທີ່​ຫລົບຖອຍຫລັງ”.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka