Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ກົງກັນຂ້າມ ພວກເຂົາ​ໄດ້​ຍອມຮັບ​ວ່າ​ເຮົາ​ໄດ້​ຖືກ​ມອບໝາຍ​ດ້ວຍ​ພາລະກິດ​ຂອງ​ການປະກາດ​ຂ່າວປະເສີດ​ແກ່​ພວກ​ທີ່​ບໍ່ຮັບພິທີຕັດ​ເຊັ່ນດຽວ​ກັບ​ເປໂຕ​ທີ່​ໄດ້​ປະກາດ​ແກ່​ຄົນ​ທີ່​ຮັບ​ພິທີຕັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ກົງກັນຂ້າມ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ໃຫ້​ເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ມອບ​ພາລະກິດ​ໃຫ້​ເປໂຕ​ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຢິວ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:7
20 Jak'a apnaqawi uñst'ayäwi  

ທຸກຄົນ​ໃນ​ທີ່​ປະຊຸມ​ກໍ​ມິດງຽບ​ຟັງ​ບາຣະນາບາ​ກັບ​ໂປໂລ​ເລົ່າ​ເຖິງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ທ່າມກາງ​ຄົນຕ່າງຊາດ.


ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.


“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ


ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.


ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ


ເມື່ອ​ເກຟາ​ໄດ້​ມາ​ເຖິງ​ອັນຕີໂອເຂຍ, ເຮົາ​ກໍ​ໄດ້​ຄັດຄ້ານ​ເພິ່ນ​ຕໍ່ໜ້າ ເພາະວ່າ​ເພິ່ນ​ໄດ້​ເຮັດຜິດ​ຢ່າງ​ຊັດເຈນ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka