Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ສຳລັບ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຍົກຍ້ອງ​ຢ່າງ​ສູງ, ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຢ່າງໃດ​ກໍ​ບໍ່​ແຕກຕ່າງ​ຫຍັງ​ສຳລັບ​ເຮົາ; ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ພວກເຂົາ​ກໍ​ບໍ່​ໄດ້​ເພີ່ມເຕີມ​ສິ່ງໃດ​ແກ່​ຂໍ້ຄວາມ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ພວກເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍຕາມ ກໍ​ບໍ່​ສຳຄັນ​ຢ່າງ​ໃດ​ສຳລັບ​ເຮົາ ພຣະເຈົ້າ​ບໍ່​ຊົງ​ເຫັນ​ແກ່​ໜ້າ​ຄົນ​ໃດ ຄົນ​ເຫຼົ່ານັ້ນ​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ກໍ​ບໍ່ໄດ້​ເພີ່ມ​ເຕີມ​ສິ່ງ​ໜຶ່ງ​ສິ່ງໃດ​ແກ່​ເຮົາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:6
22 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ມາ​ຖາມ​ພຣະອົງ​ວ່າ, “ທ່ານ​ອາຈານ, ພວກເຮົາ​ຮູ້​ວ່າ​ທ່ານ​ກ່າວ ແລະ ສອນ​ສິ່ງ​ທີ່​ຖືກຕ້ອງ ແລະ ທ່ານ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ແຕ່​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ.


ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ


ເມື່ອ​ບໍ່​ດົນ​ມາ​ນີ້ ທູດາ​ໄດ້​ປາກົດ​ຕົວ, ອ້າງ​ຕົນ​ເອງ​ວ່າ​ເປັນ​ຄົນ​ສຳຄັນ ແລະ ມີ​ປະມານ​ສີ່ຮ້ອຍ​ຄົນ​ໄດ້​ຮ່ວມ​ກຳລັງ​ກັບ​ລາວ. ແຕ່​ລາວ​ໄດ້​ຖືກ​ຂ້າ, ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ ແລະ ທັງໝົດ​ເຮັດ​ຫຍັງ​ບໍ່​ໄດ້.


ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ເຫັນແກ່​ໜ້າ​ຜູ້ໃດ.


ເຮົາ​ກໍ​ບໍ່​ໄດ້​ຄິດ​ວ່າ​ເຮົາ​ເອງ​ຕໍ່າຕ້ອຍ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ” ເຫລົ່ານັ້ນ​ແມ່ນແຕ່​ໜ້ອຍດຽວ.


ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.


ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.


ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka