Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ເສຍ​ໄປ​ລ້າໆ ເພາະວ່າ ຖ້າ​ຄວາມ​ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:21
16 Jak'a apnaqawi uñst'ayäwi  

ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ​ທຳນຽມ​ຂອງ​ຕົນ!


ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.


ແລະ ຖ້າ​ເລືອກ​ໂດຍ​ພຣະຄຸນ​ແລ້ວ ກໍ​ບໍ່ແມ່ນ​ໂດຍ​ການປະຕິບັດ​ອີກ​ຕໍ່ໄປ, ເພາະ​ຖ້າ​ໂດຍ​ການປະຕິບັດ ພຣະຄຸນ​ຈະ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.


ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.


ຖ້າ​ເປັນ​ຢ່າງນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ​ເພື່ອ​ຕອບສະໜອງ​ຕໍ່​ສິ່ງ​ເຫລົ່ານີ້? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ​ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ແລະ ຖ້າ​ພຣະຄຣິດເຈົ້າ​ບໍ່​ໄດ້​ເປັນຄືນມາຈາກຕາຍ, ການປະກາດ​ຂອງ​ພວກເຮົາ​ກໍ​ໄຮ້ປະໂຫຍດ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ບໍ່ມີປະໂຫຍດ​ເໝືອນກັນ.


ແລະ ຖ້າ​ພຣະຄຣິດເຈົ້າ​ບໍ່ໄດ້​ເປັນຄືນມາຈາກຕາຍ, ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ໄຮ້ປະໂຫຍດ; ພວກເຈົ້າ​ກໍ​ຍັງ​ຢູ່​ໃນ​ບາບ​ຂອງ​ຕົນ.


ໂດຍ​ຂ່າວປະເສີດ​ນີ້​ແຫລະ​ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມພົ້ນ ຖ້າ​ພວກເຈົ້າ​ຫາກ​ຕັ້ງໝັ້ນ​ຢູ່​ກັບ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າ​ກໍ​ເຊື່ອ​ໂດຍ​ບໍ່ມີ​ປະໂຫຍດ.


ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ຖ້າ​ເຮົາ​ສ້າງ​ສິ່ງ​ທີ່​ເຮົາ​ໄດ້​ທຳລາຍ​ລົງ​ແລ້ວ​ຂຶ້ນ​ມາ​ໃໝ່, ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ລະເມີດ​ກົດບັນຍັດ​ແທ້ໆ.


ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.


ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka