Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ຖ້າ​ເຮົາ​ສ້າງ​ສິ່ງ​ທີ່​ເຮົາ​ໄດ້​ທຳລາຍ​ລົງ​ແລ້ວ​ຂຶ້ນ​ມາ​ໃໝ່, ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ລະເມີດ​ກົດບັນຍັດ​ແທ້ໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເພາະວ່າ ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະແດງ​ຕົວເອງ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:18
9 Jak'a apnaqawi uñst'ayäwi  

ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເປັນທຸກໃຈ​ເພາະ​ສິ່ງ​ທີ່​ພວກເຈົ້າ​ກິນ ພວກເຈົ້າ​ກໍ​ບໍ່​ໄດ້​ປະພຶດ​ຕົນ​ດ້ວຍ​ຄວາມຮັກ​ອີກ​ຕໍ່ໄປ. ຢ່າ​ໃຫ້​ການກິນ​ຂອງ​ພວກເຈົ້າ​ທຳລາຍ​ຄົນ​ທີ່​ພຣະຄຣິດເຈົ້າ​ໄດ້​ຕາຍ​ແທນ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka