Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 “ແຕ່​ຖ້າຫາກ​ວ່າ, ໃນ​ການ​ສະແຫວງຫາ​ເພື່ອ​ຈະ​ເປັນ​ຜູ້ຊອບທຳ​ໃນ​ພຣະຄຣິດເຈົ້າ, ພວກເຮົາ​ຊາວຢິວ​ກໍ​ພົບ​ວ່າ​ພວກເຮົາ​ເອງ​ກໍ​ຢູ່​ໃນ​ບັນດາ​ຄົນ​ບາບ​ເຫລົ່ານັ້ນ​ດ້ວຍ, ນັ້ນ​ບໍ່​ໄດ້​ໝາຍຄວາມ​ວ່າ​ພຣະຄຣິດເຈົ້າ​ສົ່ງເສີມ​ຄົນບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແຕ່​ຖ້າ​ພວກເຮົາ​ພະຍາຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ພຣະຄຣິດ ພວກເຮົາ​ເອງ​ກໍ​ຍັງ​ປາກົດ​ເປັນ​ຄົນ​ບາບ​ຢູ່. ສະນັ້ນ ພຣະຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງເສີມ​ຄວາມ​ບາບ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ

Uka jalj uñjjattʼäta Copia luraña




ຄາລາເຕຍ 2:17
17 Jak'a apnaqawi uñst'ayäwi  

ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.


ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”


ຖ້າ​ດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງໃດ? ປະຊາຊົນ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ພວກເຂົາ​ດິ້ນລົນ​ຊອກຫາ ແຕ່​ຜູ້​ທີ່​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ, ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ມີ​ໃຈ​ແຂງກະດ້າງ​ໄປ


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.


ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?


ເມື່ອ​ເກຟາ​ໄດ້​ມາ​ເຖິງ​ອັນຕີໂອເຂຍ, ເຮົາ​ກໍ​ໄດ້​ຄັດຄ້ານ​ເພິ່ນ​ຕໍ່ໜ້າ ເພາະວ່າ​ເພິ່ນ​ໄດ້​ເຮັດຜິດ​ຢ່າງ​ຊັດເຈນ.


“ພວກເຮົາ​ຜູ້​ທີ່​ເປັນ​ຄົນຢິວ​ໂດຍ​ກຳເນີດ ແລະ ບໍ່​ແມ່ນ​ຄົນຕ່າງຊາດ​ທີ່​ມີ​ບາບ


ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.


ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.


ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.


ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka