Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:15 - ພຣະຄຳພີລາວສະບັບສະໄໝໃໝ່

15 “ພວກເຮົາ​ຜູ້​ທີ່​ເປັນ​ຄົນຢິວ​ໂດຍ​ກຳເນີດ ແລະ ບໍ່​ແມ່ນ​ຄົນຕ່າງຊາດ​ທີ່​ມີ​ບາບ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແມ່ນ​ຢູ່ ພວກເຮົາ​ເປັນ​ຢິວ​ໂດຍ​ກຳເນີດ ແລະ​ບໍ່ແມ່ນ “ພວກ​ຕ່າງຊາດ​ທີ່​ເປັນ​ຄົນ​ບາບ”,

Uka jalj uñjjattʼäta Copia luraña




ຄາລາເຕຍ 2:15
14 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ, ພຣະອົງ​ຈະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ອີກ’”.


“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.


ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


“ແຕ່​ຖ້າຫາກ​ວ່າ, ໃນ​ການ​ສະແຫວງຫາ​ເພື່ອ​ຈະ​ເປັນ​ຜູ້ຊອບທຳ​ໃນ​ພຣະຄຣິດເຈົ້າ, ພວກເຮົາ​ຊາວຢິວ​ກໍ​ພົບ​ວ່າ​ພວກເຮົາ​ເອງ​ກໍ​ຢູ່​ໃນ​ບັນດາ​ຄົນ​ບາບ​ເຫລົ່ານັ້ນ​ດ້ວຍ, ນັ້ນ​ບໍ່​ໄດ້​ໝາຍຄວາມ​ວ່າ​ພຣະຄຣິດເຈົ້າ​ສົ່ງເສີມ​ຄົນບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ!


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ເຖິງແມ່ນວ່າ ເຮົາ​ເອງ​ມີ​ເຫດຜົນ​ຫລາຍ​ປະການ​ທີ່​ຈະ​ໝັ້ນໃຈ​ເຊັ່ນ​ນັ້ນ. ຖ້າ​ຄົນ​ໃດ​ຄິດ​ວ່າ​ຕົນ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ໃນ​ເນື້ອໜັງ​ນັ້ນ ເຮົາ​ກໍ​ມີ​ຫລາຍ​ກວ່າ​ຄື:


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka