Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”

Uka jalj uñjjattʼäta Copia luraña




ຄາລາເຕຍ 2:14
30 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”.


ພວກເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ບາງຄົນ​ໃນ​ພວກເຮົາ​ໄດ້​ໄປ​ຫາ​ພວກທ່ານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພວກເຮົາ ແລະ ໄປ​ລົບກວນ​ຈິດໃຈ​ຂອງ​ພວກທ່ານ​ໂດຍ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ພວກທ່ານ​ບໍ່​ສະບາຍໃຈ.


ຫລັງຈາກນັ້ນ ຜູ້​ເຊື່ອ​ບາງຄົນ​ທີ່​ຢູ່ໃນ​ກຸ່ມ​ພວກ​ຟາຣີຊາຍ​ໄດ້​ຢືນຂຶ້ນ ແລະ ເວົ້າ​ວ່າ, “ຄົນຕ່າງຊາດ​ຕ້ອງ​ຮັບ​ພິທີຕັດ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ”.


ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.


ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.


ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ພວກເຮົາ​ບໍ່​ໄດ້​ຍອມຈຳນົນ​ຕໍ່​ພວກເຂົາ​ເລີຍ​ແມ່ນແຕ່​ຊົ່ວຂະນະໜຶ່ງ, ເພື່ອວ່າ​ຄວາມຈິງ​ຂອງ​ຂ່າວປະເສີດ​ຈະ​ຖືກ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ທັງຫລາຍ.


ກົງກັນຂ້າມ ພວກເຂົາ​ໄດ້​ຍອມຮັບ​ວ່າ​ເຮົາ​ໄດ້​ຖືກ​ມອບໝາຍ​ດ້ວຍ​ພາລະກິດ​ຂອງ​ການປະກາດ​ຂ່າວປະເສີດ​ແກ່​ພວກ​ທີ່​ບໍ່ຮັບພິທີຕັດ​ເຊັ່ນດຽວ​ກັບ​ເປໂຕ​ທີ່​ໄດ້​ປະກາດ​ແກ່​ຄົນ​ທີ່​ຮັບ​ພິທີຕັດ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.


“ຈົ່ງ​ເຮັດ​ທາງ​ໃຫ້​ຮາບພຽງ​ສຳລັບ​ຕີນ​ຂອງ​ເຈົ້າ” ເພື່ອວ່າ​ຄົນຂາເປັ້ຍ​ນັ້ນ​ຈະ​ບໍ່​ພິການ, ແຕ່​ຈະ​ຫາຍດີ​ເປັນ​ປົກກະຕິ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka