Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເພາະ​ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ບາງຄົນ​ຈະ​ມາເຖິງ, ເກຟາ​ເຄີຍ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຄົນຕ່າງຊາດ. ແຕ່​ເມື່ອ​ພວກເຂົາ​ມາເຖິງ ເພິ່ນ​ກໍ​ເລີ່ມ​ຖອຍຫ່າງ​ອອກ ແລະ ແຍກ​ຕົນເອງ​ອອກ​ຈາກ​ຄົນຕ່າງຊາດ ເພາະ​ເພິ່ນ​ຢ້ານ​ບັນດາ​ຜູ້​ທີ່​ຢູ່​ໃນ​ກຸ່ມ​ທີ່​ຮັບ​ພິທີຕັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫຼົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:12
16 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.


ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,


ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.


ຈົ່ງ​ປະຕິເສດ​ຄວາມຊົ່ວ​ທຸກ​ຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka