Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ສິບສີ່​ປີ​ຕໍ່ມາ, ເຮົາ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ອີກ, ຄັ້ງ​ນີ້​ໄປ​ພ້ອມ​ກັບ​ບາຣະນາບາ. ເຮົາ​ໄດ້​ພາ​ຕີໂຕ​ໄປ​ນຳ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:1
20 Jak'a apnaqawi uñst'ayäwi  

ຫລັງ​ຈາກ​ນັ້ນ ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກຫາ​ໂຊໂລ,


ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.


ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ພວກເຂົາ​ເອີ້ນ​ບາຣະນາບາ​ວ່າ​ພະຊູດ ແລະ ເອີ້ນ​ໂປໂລ​ວ່າ​ພະເຮຣະເມ ເພາະວ່າ​ສ່ວນຫລາຍ​ແມ່ນ​ໂປໂລ​ເປັນ​ຜູ້​ເວົ້າ.


ດັ່ງນັ້ນ ພວກເຮົາ​ທຸກຄົນ​ເຫັນດີ​ທີ່​ຈະ​ເລືອກ​ເອົາ​ບາງຄົນ ແລະ ສົ່ງ​ພວກເຂົາ​ມາ​ຫາ​ພວກທ່ານ​ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ​ເພື່ອນ​ທີ່ຮັກ​ຂອງ​ເຮົາ


ຫລື ມີ​ແຕ່​ເຮົາ​ກັບ​ບາຣະນາບາ​ເທົ່ານັ້ນ​ບໍ ເປັນ​ຜູ້​ບໍ່​ມີ​ສິດ​ທີ່​ຈະ​ບໍ່​ເຮັດວຽກ​ຫາລ້ຽງຊີບ?


ເຮົາ​ກໍ​ຍັງ​ບໍ່​ມີ​ສັນຕິສຸກ​ໃນ​ຈິດໃຈ​ເລີຍ, ເພາະ​ວ່າ​ເຮົາ​ບໍ່​ພົບ​ຕີໂຕ​ນ້ອງຊາຍ​ຂອງ​ເຮົາ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ລາ​ພວກເຂົາ ແລ້ວ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ.


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ໃຫ້​ຕີໂຕ​ມີ​ໃຈ​ເປັນຫ່ວງ​ພວກເຈົ້າ​ເໝືອນກັນ​ກັບ​ທີ່​ເຮົາ​ມີ​ຕໍ່​ພວກເຈົ້າ.


ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.


ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.


ສ່ວນ​ຊາວ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ຮ່ວມ​ໃນ​ຄວາມ​ໜ້າຊື່ໃຈຄົດ​ຂອງ​ເພິ່ນ, ເພື່ອວ່າ​ດ້ວຍ​ຄວາມໜ້າຊື່ໃຈຄົດ​ຂອງ​ພວກເພິ່ນ​ນັ້ນ ແມ່ນແຕ່​ບາຣະນາບາ​ກໍ​ຍັງ​ຖືກ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຕາມ.


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka