Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ດັ່ງ​ທີ່​ພວກເຮົາ​ໄດ້​ກ່າວ​ໄວ້​ແລ້ວ, ດັ່ງນັ້ນ ບັດນີ້​ເຮົາ​ຂໍ​ກ່າວ​ອີກ​ວ່າ: ຖ້າ​ຜູ້ໃດ​ກໍ​ຕາມ​ປະກາດ​ຂ່າວປະເສີດ​ອື່ນ​ໃຫ້​ແກ່​ພວກເຈົ້າ​ນອກເໜືອ​ຈາກ​ສິ່ງ​ທີ່​ພວກເຈົ້າ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເໝືອນດັ່ງ​ພວກເຮົາ​ໄດ້​ກ່າວ​ກ່ອນ​ແລ້ວ ແລະ​ບັດນີ້ ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຖ້າ​ຜູ້ໃດ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:9
13 Jak'a apnaqawi uñst'ayäwi  

ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.


ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ.


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?


ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.


ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka