21 ຫລັງຈາກນັ້ນ ເຮົາໄດ້ໄປຍັງຊີເຣຍ ແລະ ກີລີເກຍ.
21 ຫລັງຈາກນັ້ນ ເຮົາໄດ້ໄປໃນເຂດແດນຊີເຣຍ ແລະ ກີລີເກຍ.
ຂ່າວກ່ຽວກັບພຣະອົງໄດ້ແຜ່ກະຈາຍໄປທົ່ວປະເທດຊີເຣຍ ແລະ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາໃຫ້ພຣະເຢຊູເຈົ້າຮັກສາ, ມີທັງຄົນທີ່ເຈັບປວດທໍລະມານ, ຄົນຖືກຜີມານຮ້າຍເຂົ້າສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງໄດ້ຮັກສາພວກເຂົາໃຫ້ຫາຍດີ.
ບັດນີ້ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍມີຜູ້ທຳນວາຍ ແລະ ອາຈານຄື: ບາຣະນາບາ, ຊີເມໂອນທີ່ມີອີກຊື່ໜຶ່ງວ່ານີເກີ, ລູກີໂອຊາວກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູໃຫ້ເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດຜູ້ປົກຄອງແຂວງ) ແລະ ໂຊໂລ.
ແລ້ວພວກເພິ່ນໄດ້ຝາກຈົດໝາຍໃຫ້ພວກເຂົາຖືໄປນຳດັ່ງນີ້: ຈາກບັນດາອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້ເປັນພີ່ນ້ອງຂອງພວກທ່ານ, ເຖິງ ຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະ ໃນແຂວງກີລີເກຍ: ຂໍສົ່ງຄຳທັກທາຍ.
ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ.
ຫລັງຈາກທີ່ໂປໂລພັກຢູ່ໃນເມືອງໂກຣິນໂທຊົ່ວໄລຍະໜຶ່ງ. ແລ້ວເພິ່ນກໍຈາກພວກພີ່ນ້ອງລົງເຮືອໄປແຂວງຊີເຣຍ ໂດຍມີປີຊະກີລາກັບອາກີລາໄປນຳດ້ວຍ. ກ່ອນທີ່ເພິ່ນຈະລົງເຮືອໄປ, ເພິ່ນໄດ້ແຖຫົວທີ່ເມືອງເກັນເຂໄອເພາະໄດ້ສາບານຕົນໄວ້.
ຫລັງຈາກແນມເຫັນເກາະໄຊປຣັດ ແລະ ລ່ອງເຮືອຜ່ານທາງໃຕ້ຂອງເກາະລົງມາເຖິງແຂວງຊີເຣຍ. ພວກເຮົາກໍຈອດທີ່ທ່າເມືອງຕີເຣບ່ອນທີ່ຂົນສິນຄ້າລົງ.
ໂປໂລຕອບວ່າ, “ຂ້ານ້ອຍເປັນຄົນຢິວຈາກເມືອງຕາໂຊ ໃນແຂວງກີລີເກຍ ເປັນພົນລະເມືອງຈາກເມືອງທີ່ສຳຄັນ. ຂໍທ່ານອະນຸຍາດໃຫ້ຂ້ານ້ອຍກ່າວແກ່ປະຊາຊົນດ້ວຍ”.
“ຂ້າພະເຈົ້າເປັນຄົນຢິວ ເກີດທີ່ເມືອງຕາໂຊໃນແຂວງກີລີເກຍແຕ່ເຕີບໃຫຍ່ຂຶ້ນຢູ່ໃນເມືອງນີ້. ຂ້າພະເຈົ້າເປັນລູກສິດຂອງອາຈານຄາມາລິເອັນ ໄດ້ຮັບການອົບຮົມຢ່າງຄົບຖ້ວນໃນກົດບັນຍັດຂອງບັນພະບຸລຸດຂອງພວກເຮົາ. ຂ້າພະເຈົ້າມີໃຈກະຕືລືລົ້ນເພື່ອພຣະເຈົ້າເໝືອນດັ່ງທ່ານທັງຫລາຍໃນວັນນີ້.
ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວຈຶ່ງຖາມວ່າໂປໂລມາຈາກແຂວງໃດ, ເມື່ອຮູ້ວ່າມາຈາກກີລີເກຍ,
ເຖິງຢ່າງໃດກໍຕາມ, ກໍຖືກຕໍ່ຕ້ານຈາກສະມາຊິກຂອງທຳມະສາລາຂອງພວກຢິວແຫ່ງອິດສະຫລະ (ຕາມທີ່ພວກເຂົາເອີ້ນກັນ) ຄືພວກຢິວຈາກເມືອງກີເຣເນ, ເມືອງອາເລັກຊັນເດຍ ທັງຈາກແຂວງກີລີເກຍ ແລະ ເອເຊຍໄດ້ເລີ່ມໂຕ້ຖຽງກັບຊະເຕຟາໂນ.
ເມື່ອຄົນທີ່ເຊື່ອໄດ້ຮູ້ເລື່ອງນີ້, ພວກເຂົາຈຶ່ງໄດ້ພາໂຊໂລລົງໄປທີ່ເມືອງກາຍຊາເຣຍ ແລະ ສົ່ງເພິ່ນຕໍ່ໄປທີ່ເມືອງຕາໂຊ.